ວັນທີ 30 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອຈາກພາກສ່ວນຕ່າງໆໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 6 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນໂອກາດນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄະນະ ສະເພາະກິດ ຜູ້ຕາງໜ້າກະຊວງ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 6 ພາກສ່ວນ ຄື:
- ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບເງິນຈຳນວນ 33 ລ້ານກີບ ພ້ອມທັງສະເໜີລະບົບການຕິດຕາມ Lao KYC application ຕິດຕັ້ງເທິງມືຖືໃນຂັ້ນພື້ນຖານທີ່ກະຊວງໄດ້ຄົ້ນຄວ້າ ແລະ ທົດລອງນຳໃຊ້ ເພື່ອໃຊ້ໃນການຕິດຕາມປະ ຫວັດການເຄື່ອນໄຫວ (time line) ຂອງບຸກຄົນ ແລະ ແຈ້ງເຕືອນ ເມື່ອເຂົ້າໃກ້ສະຖານທີ່ທີ່ມີຄວາມສ່ຽງໃນການແຜ່ເຊື້ອ
- ບໍລິສັດ ລາວໂທລະຄົມມະນາ ຄົມມະຫາຊົນ ມອບເງິນ 2,5 ຕື້ກີບ ແລະ ອຸປະກອນການສື່ສານຂອງບໍລິສັດ ມູນຄ່າ 783 ລ້ານກີບ ລວມມູນຄ່າທັງໝົດ 3,283 ຕື້ກີບ
- ບໍລິສັດ ດາວທຽມ ລາວ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນ ຈຳນວນ 100 ລ້ານ ກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 1,53 ຕື້ກີບ ລວມມູນຄ່າທັງໝົດ 1,63 ຕື້ກີບ
- ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ ມອບເງິນ 500 ລ້ານກີບ
- ບໍລິສັດ ETL ຈຳກັດ ມອບເງິນ ຈຳນວນ 150 ລ້ານກີບ ແລະ ອຸປະກອນການສື່ສານຂອງບໍລິສັດ ມູນຄ່າ 180 ລ້ານກີບ ລວມມູນຄ່າທັງໝົດ 330 ລ້ານກີບ
- ບໍລິສັດ ລັດວິສາຫະກິດໄປສະນີລາວ ມອບເງິນຈຳນວນ 50 ລ້ານກີບ ແລະ ຂົນສົ່ງເຄື່ອງໃຊ້ວຽກງານຕ້ານພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ ມູນຄ່າ 150 ລ້ານກີບ ລວມມູນຄ່າທັງໝົດ 200 ລ້ານ ກີບ;

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາພາກສ່ວນ ຕະຫຼອດ ຮອດພະນັກງານຂອງບັນດາພາກສ່ວນທີ່ໄດ້ປະກອບສ່ວນມອບອຸປະກອນ ແລະ ເງິນຊ່ວຍເຫຼືອເຂົ້າໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ສະກັດ ກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ການປະກອບສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນປັດຈຸບັນ ຊຶ່ງໄດ້ສະແດງເຖິງຫົວຄິດປະດິດສ້າງ ຮູ້ໝູນໃຊ້ທ່າແຮງທີ່ຕິດພັນກັບໜ້າທີ່ການເມືອງຂອງການຈັດຕັ້ງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດລວມຂອງປະເທດຊາດໃຫ້ເກີດປະໂຫຍດສູງສຸດ ທັງສະແດງເຖິງຄວາມເສຍສະຫຼະ ຄວາມເອື້ອເຟື້ອເພື່ອແຜ່ ຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີເປັນເອກະພາບ ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫຼືອ ແລະ ເງິນດັ່ງກ່າວໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີໃຫ້ບັນດາພາກສ່ວນທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້ການນຳໃຊ້ເຄື່ອງ ແລະ ເງິນດັ່ງກ່າວໃຫ້ມີຄວາມໂປ່ງໃສ ໄປຮອດໄປເຖິງເປົ້າໝາຍ ສອດຄ່ອງກັບເນື້ອໃນຈິດໃຈຂອງການຊ່ວຍເຫຼືອຢ່າງແທ້ຈິງ. ອັນສຳຄັນ ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນຮ່ວມກັບລັດຖະບານ ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ປະກອບສ່ວນເຮັດໃຫ້ການປະຕິບັດພາລະກິດຕ້ານພະຍາດໂຄວິດ-19 ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍສະເພາະ ການຄວບຄຸມຈຳນວນຜູ້ຕິດເຊື້ອໃຫ້ຫຼຸດລົງ ແລະ ບໍ່ໃຫ້ມີຜູ້ເສຍຊີວິດ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້. ນອກນັ້ນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ໃນໂລກ ກໍຄືພາຍ ໃນ ສປປ ລາວ ລວມທັງບົດຮຽນ ທ່າແຮງ ແລະ ມູນເຊື້ອອັນດີງາມຕ່າງໆ ເພື່ອນຳໃຊ້ເຂົ້າໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຫວັງຢ່າງຍິ່ງວ່າ ດ້ວຍບົດຮຽນ ປະສົບການ ທ່າແຮງ ມູນເຊື້ອອັນດີງາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ຈະເຮັດໃຫ້ປະເທດພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະເຊື້ອພະຍາດທີ່ຮ້າຍແຮງດັ່ງກ່າວນີ້ ໄດ້.

# ຂ່າວ – ພາບ : ໄຊບັນດິດ