ວັນທີ 30 ເມສາ 2021 ເຈົ້າໜ້າທີ່ລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ຕຸກຕິກ) ທີ່ດ່ານສາກົນໜອງຄາຍ ລາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫຼັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາເຂົ້າສູ່ຂະບວນການຍຸຕິທຳຕາມກົດໝາຍຂອງ ສປປ ລາວ ເຊິ່ງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ- ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ປະມວນກົດໝາຍອາຍາ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດ ຕິດຕໍ່ ແລະ ກົດໝາຍ ກໍຄືລະບຽບການອື່ນໆທີ່ກ່ຽວຂ້ອງ.

ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ໃຫ້ສຳພາດວ່າ: ທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົານາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ ເຊິ່ງອາດເປັນໜຶ່ງໃນສາເຫດໃນການນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ ສາເຫດທີ່ຕ້ອງນຳຜູ້ກ່ຽວກັບຄືນມາ ສປປ ລາວ ເພາະຜູ້ກ່ຽວເອງແມ່ນປະຊາຊົນລາວ ເຊິ່ງພວກເຮົາຕ້ອງໄດ້ເອົາຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການເຂົ້າ-ອອກ ສປປ ລາວ ນີ້ ທັງນີ້ ເມື່ອນຳມາແລ້ວ ພວກເຮົາກໍຈະໄດ້ດຳເນີນການສືບສວນ-ສອບສວນ ເຊິ່ງຖ້າຜິດ ຫຼື ຂັດກັບກົດໝາຍວ່າດ້ວຍສາທາລະນະສຸກ ພວກເຮົາກໍຈະໄດ້ດຳເນີນໄປຕາມກົດໝາຍນັ້ນ ສຳລັບກົດໝາຍອື່ນໆທີ່ຜູ້ກ່ຽວເປັນສາເຫດ ຫຼືຕົ້ນຕໍເອົາເຊື້ອພະຍາດມາແຜ່ລະບາດຢູ່ ສປປ ລາວ ກໍຕ້ອງໄດ້ດຳເນີນຕາມກົດໝາຍເຊັ່ນດຽວກັນ.

ທ່ານ ພັນເອກ ສາຍສະໝິງ ສີວິໄລ ໃຫ້ຮູ້ອີກວ່າ: ທາງຕຳຫຼວດກວດຄົນເຂົ້າເມືອງຝ່າຍລາວ ກໍໄດ້ຕິດຕາມ ກວດກາ, ປະສານສົມທົບກັບພວກສ່ວນກ່ຽວຂ້ອງ ໂດຍສະເພາະກໍແມ່ນທາງນະຄອນຫຼວງ ປກສ ສະຫວັນນະເຂດ ຈຶ່ງໄດ້ຮູ້ວ່າຜູ້ກ່ຽວໄດ້ນຳພາຄົນໄທ 2 ຄົນ ເຂົ້າເມືອງມາແບບຜິດກົດໝາຍ ເຊິ່ງໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນທາງອອກ ຈາກ ສປປ ລາວ ຢູ່ເຂດບໍລິເວນບ້ານໝາກນາວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປບ້ານເດືອ ອໍາເພີ ທ່າບໍ່ ຈັງຫວັດ ໜອງຄາຍ ລາຊະອານາຈັກໄທ ຮອດວັນທີ 16 ເມສາ 2021 ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປກວດສຸຂະພາບຢູ່ໂຮງໝໍໜອງຄາຍ ຜົນກວດ ພົບວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ຮັບການປິ່ນປົວທີ່ໂຮງໝໍດັ່ງກ່າວ. ພາຍຫຼັງທີ່ທາງເຈົ້າໜ້າທີ່ຝ່າຍລາວຮັບຊາບຄືແນວນັ້ນ ກໍໄດ້ມີການຕິດຕໍ່ປະສານສົບທົບກັນ ໂດຍໄດ້ປະຕິບັດຕາມກົນໄກຂອງສັນຍາສອງຝ່າຍທີ່ໄດ້ບັນທຶກການຮ່ວມມືລະຫວ່າງຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ໄທ ທີ່ໄດ້ບັນທຶກຮ່ວມກັນ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ ການແກ້ໄຂບັນຫາການລັກລອບເຂົ້າ-ອອກເມືອງ ເຊິ່ງໄດ້ມີການປະສານສົມທົບກັນເປັນປົກກະຕິ.

ມາຮອດປັດຈຸບັນໄດ້ມີການມອບ-ຮັບເອົານາງ ພາວະດີ ວິພາກອນ ກັບມາ ສປປ ລາວ ຫຼັງຈາກທີ່ປິ່ນປົວຢູ່ປະເທດໄທຫາຍດີແລ້ວ ເພື່ອມາດໍາເນີນການສືບສວນ-ສອບສວນຜູ້ກ່ຽວ ຕາມກົດໝາຍລະບຽບການ ກໍຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ.

# ຂ່າວ – ພາບ : ໄຊບັນດິດ