ຄະນະສະເພາະກິດພະແນກ ຖວທ ນວ ລົງກວດຄືນບັນດາຮ້ານບັນເທີງ ຄາຣາໂອເກະ ຮ້ານກິນ-ດື່ມກາງແຈ້ງຢູ່ເມືອງຕ່າງໆ

    ພາຍຫຼັງທີ່ຄະນະກຳມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ສົມທົບກັບກອງພັນປ້ອງກັນເຄື່ອນທີ່ ນວ ລົງຕິດຕາມກວດກາຮ້ານບັນເທີງ ຄາຣາໂອເກະ ຮ້ານກິນ-ດື່ມກາງແຈ້ງ ແລະ ອື່ນໆ ຢູ່ເມືອງຕ່າງໆໃນ ນວ ວັນທີ 22 ເມສາ 2021 ມາຮອດວັນທີ 30 ເມສາ 2021 ຄະນະສະເພາະກິດພະແນກ ຖວທ ນວ ກໍໄດ້ລົງກວດກາຄືນບັນດາຮ້ານດັ່ງກ່າວ ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຈ້ງການຂອງກະຊວງ ຖວທ ກໍຄືແຈ້ງການຂອງພະແນກ ຖວທ ນວ ກ່ຽວກັບການປິດກິດຈະການບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນ-ດື່ມກາງແຈ້ງ ແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

    ທ່ານ ວຽງຄໍາ ສີສຸວົງ ຫົວໜ້າຂະແໜງກວດກາ ຫົວໜ້າຄະນະກຳມະການສະເພາະກິດ ພະແນກ ຖວທ ນວ ໃຫ້ສໍາພາດວ່າ: ມື້ນີ້ ຄະນະກຳມະການສະເພາະກິດ ພະແນກ ຖວທ ນວ ໄດ້ລົງກວດກາຄືນ ການປະຕິບັດຄໍາສັ່ງຂອງຂັ້ນເທິງ ກ່ຽວກັບການປິດກິດຈະການບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນ-ດື່ມກາງແຈ້ງຊົ່ວຄາວ ຢູ່ເຂດສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ໄຊທານີ ສີສັດຕະນາກ ແລະ ເມືອງຫາດຊາຍຟອງ ເຊິ່ງຜ່ານການຕິດຕາມກວດກາຕົວຈິງ ບັນດາທຸລະກິດການທ່ອງທ່ຽວ ໂດຍສະເພາະ ຮ້ານບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນ-ດື່ມກາງແຈ້ງ ແລະ ອື່ນໆ ໄດ້ມີຄວາມຕື່ນຕົວປິດການບໍລິການ 100% ແລະ ປະຕິບັດຕາມຄໍາສັ່ງ ແຈ້ງການຂອງຂັ້ນເທິງຢ່າງເຂັ້ມງວດ ນອກນີ້ ພວກເຮົາຍັງໄດ້ມອບຄວາມຮັບຜິດຊອບໃຫ້ຫ້ອງການ ຖວທ 9 ເມືອງ ຈັດຕັ້ງກວດກາ ຊຸກຍູ້ ແນະນໍາບັນດາຫົວໜ່ວຍທຸລະກິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ປະຕິບັດມາດຕະການປ້ອງກັນເປັນປົກກະຕິ ແລະ ເຂັ້ມງວດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ຕໍາຫຼວດກຸ່ມ ແລະ ບ້ານ ໃຫ້ມີການແນະນໍາ ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ປະກອບສ່ວນໃນການປ້ອງກັນ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ທຸກໆວັນ ພ້ອມທັງເປັນຫູເປັນຕາຊ່ວຍຄະນະສະເພາະກິດພວກເຮົາໃຫ້ສາມາດແກ້ໄຂບັນຫາຜູ້ປະກອບການທຸລະກິດທີ່ຍັງຝ່າຝືນ ເຊິ່ງຕ້ອງສະແດງຄວາມຊົມເຊີຍເຈົ້າໜ້າທີ່ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມືສະໜັບສະໜູນມາໂດຍຕະຫຼອດ ພ້ອມນີ້ ອໍານາດການປົກຄອງເມືອງ ບ້ານ ກໍໄດ້ຕິດຕາມກວດກາໃນຂົງເຂດຂອງຕົນຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ.

    ທ່ານ ວຽງຄໍາ ສີສຸວົງ ກ່າວຕື່ມອີກວ່າ: ໃນນາມຄະນະກຳມະການສະເພາະກິດ ພະແນກ ຖວທ ນວ ຂໍສະແດງຄວາມຂອບໃຈມາຍັງບັນດາທຸລະກິດທີ່ໃຫ້ການຮ່ວມມື ແລະ ປະຕິບັດຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ສ່ວນຜູ້ທີ່ຍັງເປີດບໍລິການຢູ່ ກໍຂໍຫັນມາໃຫ້ການຮ່ວມມືເພື່ອປະກອບສ່ວນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປໃນ ນວ ກໍຄືປະເທດລາວ ເຮັດໃຫ້ພວກເຮົາສາມາດກັບມາຄ້າ-ຂາຍ ດໍາເນີນທຸລະກິດເປັນປົກກະຕິ ແລະ ໃຊ້ຊີວິດທີ່ປອດຈາກພະຍາດໂຄວິດ-19 ໂດຍໄວ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຊ່ວຍເປັນຫູເປັນຕາຊ່ວຍພວກເຮົາ ຖ້າພົບເຫັນຮ້ານບັນເທີງ ຮ້ານອາຫານ ຮ້ານກິນ-ດື່ມ ຮ້ານເບຍກາງແຈ້ງ ທີ່ຍັງເປີດບໍລິການ ຊ່ວຍແຈ້ງພະແນກ ຖວທ ນວ ເບີໂທ 020 55609035 ໄດ້ຕະຫຼອດ 24 ຊົ່ວໂມງ.

  • ຂ່າວ-ພາບ: ສະບາໄພ
error: Content is protected !!