ອີຊູຊຸເປີດໂຕ “All-New Isuzu MU-X” ລົດອະເນກ ປະສົງລຸ້ນໃໝ່ລະດັບຫຼູ ພາຍ ໃຕ້ນິຍາມ“ຜູ້ນຳແຫ່ງຄວາມສຳເລັດ… ທີ່ເໜືອກວ່າໃຜ” ພິກໂສມໃໝ່ທັງພາຍໃນ ແລະພາຍນອກດ້ວຍການ ອອກແບບທີ່ຫຼູຫຼາ ພ້ອມເຕັກ ໂນໂລຊີເພື່ອຄວາມປອດໄພ ສຸດລ້ຳ ໂດຍ ສປປ ລາວ ເປັນ ປະເທດທຳອິດທີ່ໄດ້ນຳເຂົ້າມາຂາຍ ໃນລາຄາທີ່ຄຸ້ມຄ່າກັບ ເຕັກໂນໂລຊີເພື່ອຄວາມປອດໄພທີ່ດີທີ່ສຸດ ໃນແບບສະ ບັບຂອງຜູ້ນຳທີ່ປະສົບຄວາມສຳເລັດທີ່ເໜືອກວ່າໃຜ ກຸ່ມ ຕຣີເພຊ ໂດຍ ທ່ານ ໂທຊິອາ ກິ ມາເອຄາວະ ປະທານ ບໍລິສັດ ຕຣີເພຊ໌ອີຊູຊຸເຊວຊ໌ ຈຳກັດ ຜູ້ຈຳໜ່າຍລົດອີຊູຊຸດີ ແມັກ ແລະ ລົດອີຊູຊຸມິວ -ເອັກ ໃນ ສປປ ລາວ ກ່າວວ່າ “ຫຼັງຈາກອີຊູຊຸໄດ້ເປີດໂຕລົດກະບະລຸ້ນໃໝ່! “All-New Isuzu D-Max… Infinite Potential” ເມື່ອຊ່ວງປາຍ ເດືອນກັນຍາປີທີ່ຜ່ານມາ ເຊິ່ງ ໄດ້ຮັບກະແສຕອບຮັບເປັນ ຢ່າງດີ ສາມາດກວດຍອດ ຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງ 10 ວັນ ຫຼ້າສຸດອີຊູຊຸຂໍ ແນະນຳ ລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ລຸ້ນປ່ຽນໂສມໃໝ່ທັງພາຍໃນແລະພາຍນອກ ລວມທັງການ ພັດທະນາດ້ານສະມັດຖະນະການຂັບຂີ່ ແລະ ເຕັກໂນໂລຊີ ADAS ລະບົບຊ່ວຍເຫຼືອ ຜູ້ຂັບຂີ່ກ້ອງໜ້າຄູ່ທີ່ມີລະບົບຄວາມປອດໄພ ຫຼາຍທີ່ສຸດໃນ ລົດລະດັບດຽວກັນ ສະທ້ອນ ຄວາມເປັນ “ຜູ້ນຳແຫ່ງ ຄວາມສຳເລັດ…ທີ່ເໜືອ ກວ່າໃຜ” ໂດຍເປັນລົດ ອີກລຸ້ນທີ່ລູກຄ້າສອບຖາມ ເຂົ້າມາຢ່າງຫຼວງຫຼາຍມາໂດຍ ຕະຫຼອດ ໂດຍສະເພາະ ຊ່ອງທາງສື່ອອນໄລ ຕັ້ງແຕ່ ການເປີດໂຕຢູ່ໄທເມື່ອຊ່ວງ ປາຍປີທີ່ແລ້ວ ເຊິ່ງລາວເປັນ ປະເທດທຳອິດຂອງການນຳ ເຂົ້າ ແລະໄດ້ສຳຜັດລົດອະ ເນກປະສົງລຸ້ນໃໝ່ “All-New Isuzu MU-X” ກ່ອນໃຜ ຫຼັງຈາກການເປີດ ໂຕຢູ່ໄທເມື່ອຊ່ວງປາຍປີທີ່ ແລ້ວ ໃນລາຄາຂາຍເລີ່ມຕົ້ນ ພຽງ 54,900 USD ອີຊູຊຸ ເຊື່ອໝັ້ນວ່າລົດລຸ້ນໃໝ່ນີ້ ຈະໄດ້ຮັບການຕອບຮັບເປັນຢ່າງດີຈາກປະຊາຊົນລາວ ດັ່ງທີ່ຜ່ານມາ”

ຜູ້ນຳແຫ່ງຄວາມໂດດເດັ່ນ…ທີ່ເໜືອກວ່າໃຜ
ດີໄຊນ໌ສົມບູນແບບເພື່ອຄວາມໂດດເດັ່ນທີ່ແຕກຕ່າງ ອີກລະດັບແຫ່ງພາບລັກ ຫຼູຫຼາ ປະສານຄວາມໜັກແໜ້ນ ແລະ ຄ່ອງແຄ້ວເຂົ້າໄວ້ດ້ວຍກັນຕະຫຼອດທັງຄັນ ດ້ວຍ ກະຈັງໜ້າ World Cross Flow ປະສົມປະສານພື້ນຜິວ ສຳຜັດທີ່ຫຼາກຫຼາຍຂອງວັດສະດຸພຣີມ້ຽມ ໄຟໜ້າ Bi-LED Projector ດີໄຊນ໌ແບບ Arrow Signature ເພີ່ມ ມິຕິມຸມມອງໃຫ້ໂດດເດັ່ນດ້ວຍໂຄມໄຟ 3-Line LED ລໍ້ອັນລອຍຂະໜາດໃຫຍ່ ໄດນາມິກດີໄຊນ໌ຄົມເຂັ້ມ ຂະໜາດ 20 ນິ້ວ ໃນລຸ້ນ Ultimate ແລະ ຂະໜາດ 18ນິ້ວ ໃນລຸ້ນ Elegant

ຜູ້ນຳແຫ່ງຄວາມຫຼູຫຼາ…ທີ່ເໜືອກວ່າໃຜ
ຫ້ອງໂດຍສານຫຼູຫຼາ ກວ້າງຂວາງ ດ້ວຍວິທີການອອກແບບ Integrated Cockpit ຄອນໂຊນໜ້າເຊື່ອມຕໍ່ເປັນໜຶ່ງດຽວກັບ ຄອນໂຊນກາງ ຈັດວາງລຽບຫຼູ ພ້ອມເບຣກມືໄຟຟ້າ ແລະລະບົບ Auto Brake Hold ລະບົບຊ່ວຍຢຸດຢູ່ກັບທີ່ໂດຍບໍ່ຕ້ອງຢຽບເບຣກຄ້າງໄວ້ ແລະປົດເບຣກອັດຕະໂນມັດເມື່ອແຕະຄັນເລັ່ງ ເບາະນັ່ງດີໄຊນ໌ຫຼູ ສີ Saddle ໂອບກະຊັບຮັບທຸກສັດສ່ວນ ພວງມະໄລມັລຕິຟັງຊັນ ພ້ອມ Sequential Paddle Shift ປ່ຽນເກຍໄດ້ພຽງປາຍນິ້ວສຳຜັດ ລະບົບເປີດ-ປິດປະຕູທ້າຍດ້ວຍ ໄຟຟ້າ Power Tailgate ປອດໄພດ້ວຍລະບົບ Jam Protection

ຜູ້ນຳແຫ່ງຄວາມສະດວກສະບາຍ…ທີ່ເໜືອກວ່າໃຜ
ຄວາມສະດວກສະບາຍທີ່ເຊື່ອມຕໍ່ທຸກໄລຟ໌ສະໄຕລ໌ ດ້ວຍເຕັກໂນໂລຊີອຳນວຍຄວາມສະດວກສຸດລ້ຳຕະຫຼອດທັ້ງຄັນ ເບາະນັ່ງສາມແຖວ ອອກແບບໃຫ້ນັ່ງສະບາຍທັງ 7 ທີ່ນັ່ງ ພ້ອມປັບພັບໄດ້ຫຼາກຫຼາຍ ເບາະປັບໄຟຟ້າ ຝັ່ງຄົນຂັບປັບໄດ້ 8 ທິດທາງ, ລະບົບຄວາມບັນເທີງ ISUZU Ultimate Entertainment ໜ້າຈໍ Infotainment Display ຂະໜາດໃຫຍ່ 9ນິ້ວ ຮອງຮັບ Apple CarPlay ແລະ Android Auto (ສະເພາະສະມາດໂຟນລຸ້ນທີ່ຮອງຮັບການໃຊ້ງານ), ກະແຈ ISUZU Genius Entry ສະຕາດເຄື່ອງຈັກດ້ວຍ Remote Engine Start ແລະໃຊ້ເປີດ-ປິດປະຕູທ້າຍໄຟຟ້າ

ຜູ້ນຳແຫ່ງສະມັດຖະນະ…ທີ່ເໜືອກວ່າໃຜ
ສະຖຽນລະພາບໃໝ່ແຫ່ງການຂັບຂີ່ ກັບໂຄງສ້າງ ແພລດຟອມໃໝ່ ດ້ວຍຊ່ວງລ່າງໃໝ່ ອອກແບບຕາມແນວຄິດ ISUZU Symmetric Mobility ໃຫ້ໂຄງສ້າງໂຕຖັງ ຄານຊີ ການວາງຕຳແໜ່ງເຄື່ອງຈັກ ແລະ ຊ່ວງລ່າງ ທຳງານຮ່ວມກັນໄດ້ຢ່າງລົງໂຕ ຊ່ວງລ່າງໜ້າແບບອິດສະຫຼະປີກນົກ 2 ຊັ້ນ Double Wishbone ອອກແບບຈຸດຍຶດປີກນົກດ້ານເທິງໃໝ່ ພ້ອມຄອຍສະປິງ ໂຊກອັບແກສ ແລະເຫຼັກກັນໂຄງຂະໜາດໃຫຍ່ ຊ່ວງລ່າງດ້ານຫຼັງແບບ 5-Link Suspension ອັນລືຊື່ ທີ່ພັດທະນາໄປອີກຂັ້ນ ອອກແບບຈຸດຍຶດຄານໃໝ ເພື່ອສ້າງປະສົບການຂັບຂີ່ທີ່ດີທີ່ສຸດຜູ້ນຳແຫ່ງຄວາມປອດໄພ…ທີ່ເໜືອກວ່າໃຜ ລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ມຸ່ງໝັ້ນພັດທະນາເພື່ອລວມທຸກເຕັກໂນໂລຊີດ້ານຄວາມປອດໄພເຂົ້າໄວ້ດ້ວຍກັນ ໄດ້ແກ່ ລະບົບຊ່ວຍເຫຼືອ ຜູ້ຂັບຂີ່ຂັ້ນສູງ ADAS (Advanced Driver Assistance Systems) ຊ່ວຍສອດສ່ອງ ເຝົ້າລະວັງ ດ້ວຍນະວັດຕະກຳກ້ອງໜ້າຄູ່ອັດສະລິຍະ 3D Imaging Stereo Camera ຊ່ວຍກວດຈັບວັດຖຸຕ່າງໆ ດ້ວຍການສະແກນພາບ 3 ມິຕິ ແບບ Real Time ແມ້ນຍຳກວ່າກ້ອງລະບົບ Mono Camera ທົ່ວໄປ ໂດຍທຳງານຮ່ວມກັບເຣດ້າ 2 ຈຸດ ແລະ ເຊັນເຊີ້ 8 ຈຸດອ້ອມຄັນ ຄວບຄູ່ໄປກັບລະບົບຄວາມປອດໄພພື້ນຖານຄົບຖ້ວນໃນທຸກລຸ້ນ

ສຳລັບລູກຄ້າທີ່ສົນໃຈສາມາດລອງຂັບລົດອະເນກປະສົງລຸ້ນໃໝ່ ໄດ້ທີ່ຫ້ອງຂາຍລົດອີຊູຊຸທຸກສາຂາ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ https://isuzulaos.com / Facebook page: Isuzu Laos ແລະ Youtube Channel: Isuzu Laos.