ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມໃນວຽກງານຕ້ານການລະບາດເຊື້ອພະຍາດໂຄວິດ-19 ທີ່ມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ ດັ່ງນັ້ນ ອົງການພຸດທະສາດສະໜາສໍາພັນລາວ ເມືອງໄຊເສດຖານະຄອນຫຼວງວຽງຈັນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ເຂົ້າໃນວຽກງານຕ້ານໂຄວິດ-19 ໃຫ້ແກ່ຄະນະກໍາມະການສະເພາະກິດຕ້ານໂຄວິດ-19 ຂັ້ນເມືອງໄຊເສດຖາ ວັນທີ 30 ເມສາ 2021 ທີ່ວັດທາດຫຼວງໃຕ້ ໂດຍຕາງໜ້າມອບຂອງພະອາຈານ ສາຍທອງ ພົມມະຈັນ ຄະນະ ອພສ ເມືອງໄຊເສດຖາ ແລະ ຕາງໜ້າຮັບຂອງທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງໄຊເສດຖາ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງອຸປະໂພກ-ບໍລິໂພກມອບຄັ້ງນີ້ປະກອບມີ ຕຽງນອນ ເສື່ອນອນ ຜ້າຫົ່ມ ຄຸໃສ່ນໍ້າ ພັດລົມ ໝໍ້ຫຸງເຂົ້າໄຟຟ້າ ໝໍ້ຕົ້ມນໍ້າຮ້ອນໄຟຟ້າ ຜ້າອັດປາກ-ອັດດັງ ໝີ່ໄວໆ ປາກະປ໋ອງ ສາດ ແລະ ເຄື່ອງອຸປະກອນຈໍາເປັນອື່ນໆ ເຊິ່ງເຄື່ອງທັງໝົດນີ້ ຄະນະສະເພາະກິດໂຄວິດ-19 ເມືອງໄຊເສດຖາ ຈະນໍາໄປປະກອບໃສ່ສູນຈໍາກັດບໍລິເວນຜູ້ທີ່ມີກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19 ຢູ່ທີ່ໂຮງຮຽນມັດທະຍົມສົມບູນ ລາວ-ຫວຽດນາມ ໃຫ້ມີຄວາມສະດວກສະບາຍ.


# ຂ່າວ – ພາບ : ຂັນທະວີ