ປັດຈຸບັນ ບັນດາແພດໝໍໂຮງໝໍເມືອງ ແຂວງ ນະຄອນຫຼວງວຽງຈັນ ແລະ ສູນກາງ ພວມສືບຕໍ່ສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນລາວທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນໃນຂອບເຂດທົ່ວປະເທດໂດຍບໍ່ເສຍຄ່າ.

ອີງຕາມຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ຂອງກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ຕາມການສັງລວມຂໍ້ມູນທີ່ສູນຂ່າວສານການແພດສຸຂະສຶກສາໄດ້ຮັບມາຮອດວັນທີ 28 ເມສາ 2021 ແມ່ນມີຜູ້ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ທັງໝົດໃນເຂັມທຳອິດຈຳນວນ 171.443 ຄົນ ໃນນັ້ນ ມີ 65.536 ຄົນໄດ້ສັກເຂັມທີ 2 ແລ້ວ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແມ່ນມີ 33.150 ຄົນ ໄດ້ສັກວັກຊີນໃນເຂັມທຳອິດ ແລະ ມີ 3.228 ຄົນໄດ້ຮັບການສັກວັກຊີນໃນເຂັມທີ 2.

# ຂ່າວ – ພາບ : ເພັດສະໝອນ