ວັນນີ້ ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ ອີກ 85 ຄົນ

    ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງໃນວັນທີ 30 ເມສາ 2021 ທີ່ກະຊວງສາທາລະນະສຸກວ່າ:

    ໃນວັນທີ 29 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.841 ຄົນ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 85 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ (ນວ) 69 ຄົນ ແຂວງບໍ່ແກ້ວ 7 ຄົນ ສະຫວັນນະເຂດ 3 ຄົນ ວຽງຈັນ 2 ຄົນ ໄຊຍະບູລີ 2 ຄົນ ຈຳປາສັກ 1 ຄົນ ອຸດົມໄຊ 1 ຄົນ ມາຮອດປັດຈຸບັນ ລາວມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 757 ຄົນ ບໍ່ມີຜູ້ເສຍຊີວີດ ປິ່ນປົວຫາຍດີ 51 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ທີ່ຄະນະສະເພາະກິດກຳນົດໄວ້ 706 ຄົນ ໃນນັ້ນ ນວ 508 ຄົນ (ໃໝ່ 69) ຈຳປາສັກ 93 ຄົນ (ໃໝ່ 1) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ສະຫວັນນະເຂດ 25 ຄົນ (ໃໝ່ 3) ບໍ່ແກ້ວ 31 ຄົນ (ໃໝ່ 7) ສາລະວັນ 5 ຄົນ ອຸດົມໄຊ 4 ຄົນ (ໃໝ່ 1) ຫຼວງນ້ຳທາ 6 ຄົນ ວຽງຈັນ 10 ຄົນ (ໃໝ່ 2) (ຄົນເຈັບຂອງແຂວງວຽງຈັນ 1 ຄົນມາປີ່ນປົວໃນ ນວ ຜົ້ງສາລີ 3 ຄົນ ຫຼວງພະບາງ 14 ຄົນ ໄຊຍະບູລີ 3 ຄົນ (ໃໝ່ 2) ບໍລິຄຳໄຊ 2 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ສ່ວນຄົນເຈັບທີ່ກຳລັງປິ່ນປົວຢູ່ຕາມໂຮງໝໍຕ່າງໆ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບູນ ປົກກະຕິ ແລະ ທຸກຄົນແຂງແຮງດີ. 

    ສະພາບການລະບາດຂອງພະຍາດ COVID-19 ຢູ່ໃນໂລກ ປັດຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 151.091.692 ຄົນ ເສຍຊິວິດສະສົມ 3.178.081 ຄົນ ແລະ ປີ່ນປົວຫາຍດີ 128,972,289 ຄົນ ໃນນັ້ນ ສະຫະລັດອາເມຣິກາເປັນອັນດັບໜຶ່ງຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 589.169 ຄົນອັນດັບສອງແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມເກືອບ 18 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 208.313 ຄົນ

.​

​                    # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!