ຍັງມີຜູ້ຝ່າຝຶນຄຳສັ່ງເລກທີ 15/ນຍ ລັກລອບເປີດບໍລິການອິນເຕີເນັດກາເຟ

    ປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ປະຕິບັດຄຳສັ່ງເລກທີ 15/ນຍ ອອກກວດກາລາດຕະເວນຕາມເສັ້ນທາງຕ່າງໆໃນຂອບເຂດ 4 ເມືອງໃນວັນທີ 28 ເມສາ 2021 ໃນເວລາອອກເຄື່ອນໄຫວຕາມເສັ້ນທາງ ພົບເຫັນຮ້ານອິນເຕີເນັດກາເຟ ອອກຊີ່ນາງ ໂມະ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ລັກລອບເປີດໃຫ້ບໍລິການ ເຊິ່ງເປັນການລະເມີດຄຳສັ່ງ ແລະ ແຈ້ງການຂອງຂັ້ນເທິງ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ພ້ອມທັງເຮັດບົດບັນທຶກ ແລະ ລາຍງານໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາ ຖ້າການລະເມີດດັ່ງກ່າວເປັນສາເຫດການແຜ່ນເຊື້ອພະຍາດໂຄວິດ-19 ຈະຖືກດໍາເນີນຄະດີອາຍາ ແລະ ຮັບຜິດຊອບທາງແພ່ງຢ່າງເດັດຂາດ.

    ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ ຫົວໜ່ວຍທຸລະກິດຕ່າງໆ ໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຊ່ວຍກັນ ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

​                                           # ຂ່າວ – ພາບ :  ຊິລິການດາ

error: Content is protected !!