ຮ່ວມແຮງຮ່ວມໃຈໃນການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19

    ວັນທີ 29 ເມສາ 2021 ທ່ານ ພັນໂທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ພ້ອມຄະນະ ສຶບຕໍ່ລົງໂຄສະນາຕາມຖະໜົນໃນຂອບເຂດນະຄອນຫຼວງວຽງຈັນ ເພື່ອຂໍຄວາມຮ່ວມມືຈາກທຸກຈາກທຸກຊັ້ນຄົນໃນສັງຄົມ ຮ່ວມແຮງຮ່ວມໃຈໃນການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດເປັນວົງກວ້າງຢູ່ນະຄອນຫຼວງວຽງຈັນໃນປັດຈຸບັນ ບໍ່ໃຫ້ແຜ່ລາມໄປຫຼາຍກວ່ານີ້ ແລະ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງພ້ອມກັນປະຕິບັດ ຄຳສັ່ງເລກທີ 15/ນຍ ວາງອອກ ເຊັ່ນວ່າ:

    1. ຫ້າມອອກຈາກເຮືອນ ຫຼືໃຫ້ທຸກຄົນສຶບຕໍ່ຢູ່ເຮືອນຈົນຮອດວັນທີ 5 ພຶດສະພາ 2021.

    2. ຖ້າທ່ານມີຄວາມຈຳເປັນຕ້ອງອອກຈາກເຮືອນເພື່ອໄປຊື້ເຄື່ອງອຸປະໂພກ ໄປໂຮງໝໍ ແລະ ອື່ນໆ ກໍຂໍໃຫ້ມີສະຕິລະວັງຕົວ ໃສ່ຜ້າອັດປາກ-ດັງ ຢູ່ຫ່າງຈາກຄົນອື່ນ 2 ເມັດ ບໍ່ໄປບ່ອນສ່ຽງ ບ່ອນທີ່ມີຄົນຫຼາຍ ໜັ່ນລ້າງມືໃຫ້ສະອາດເປັນປະຈຳ ຫ້າມຊຸມນຸມ-ຊຸມແຊວ ແລະ ອື່ນໆ.

    3. ໃຫ້ຕິດຕາມອາການຕົນເອງ ຖ້າມີອາການບໍ່ສະບາຍເຊັ່ນ: ເປັນໄຂ້ ໄອ ເຈັບຄໍ ຫາຍໃຈຝືດ ໃຫ້ຮີບຮ້ອນໂທຫາເບີ 165 ຫຼື 166. ສຳລັບຜູ້ທີ່ມີຄວາມສ່ຽງ ຫຼືຜູ້ທີ່ໄດ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຂໍໃຫ້ແຍກຕົນເອງອອກຈາກຄົນອື່ນທັນທີ ໃຫ້ໄປກວດຫາເຊື້ອພະຍາດໂຄວິດ-19 ໃຫ້ຂໍ້ມູນຄວາມຈິງກັບເຈົ້າໜ້າທີ່ ແລະ ໃຫ້ປະຕິບັດຄໍາແນະນຳຂອງທ່ານໝໍຢ່າງເຂັ້ມງວດ ຂໍໃຫ້ພໍ່ແມ່ປະຊາຊົນພີ່ນ້ອງມີຄວາມອົດທົນ ຮ່ວມແຮງຮ່ວມໃຈກັນປະຕິບັດຕາມຄຳສັ່ງ ຄຳແນະນຳເພີ່ມເຕີມ ແລະ ແຈ້ງການຢ່າງເຂັ້ມງວດ ເພື່ອຜ່ານຜ່າ ແລະ ເອົາຊະນະວິກິດໂຄວິດ-19 ໃນຄັ້ງນີ້ໄປດ້ວຍກັນ.

​                                           # ຂ່າວ – ພາບ :  ຊິລິການດາ

error: Content is protected !!