ມະນີລາ, ຟີລິບປິນ (28 ເມສາ 2021) — ການເຕີບໂຕທາງດ້ານເສດຖະກິດໃນປະເທດທີ່ກຳລັງພັດທະນາໃນອາຊີ ຄາດວ່າຈະເພີ່ມ ຂຶ້ນເປັນ 7,3% ໃນປີນີ້ ຊຶ່ງໄດ້ຮັບການສະຫນັບສະຫນູນຈາກການຟື້ນຕົວຂອງໂລກທີ່ດີຂຶ້ນ ແລະ ມີຄວາມຄືບຫນ້າໃນເບື້ອງຕົ້ນ ກ່ຽວກັບວັກຊີນຕ້ານພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ ຫຼື ພະຍາດໂຄວິດ-19 ອີງຕາມການລາຍງານໃຫມ່ຂອງທະນາຄານພັດທະນາອາຊີ (ADB).
ການຟື້ນຕົວທີ່ຄາດຄະເນໄວ້ ແມ່ນຕໍ່ເນື່ອງມາຈາກການຫົດໂຕ 0,2% ໃນປີທີ່ຜ່ານມາ ອີງຕາມບົດລາຍງານເສດຖະກິດຂອງ ADB ທີ່ມີຊື່ວ່າ ການຄາດຄະເນການພັດທະນາຂອງອາຊີປະຈໍາປີ 2021 ການເຕີບໂຕຂອງພາກພື້ນ ແມ່ນຄາດວ່າຈະຢູ່ໃນລະດັບ 5,3% ໃນປີ 2022 ບໍ່ລວມເອົາເສດຖະກິດອຸດສາຫະກໍາໃໝ່ຂອງຮົງກົງ ສປ ຈີນ ສ ດເກົາຫຼີ ສິງກະໂປ ແລະ ໄຕ້ຫວັນ ສປ ຈີນ ການພັດທະນາກິດ ຈະກໍາດ້ານເສດຖະກິດຂອງອາຊີ ຄາດວ່າຈະເຕີບໂຕໃນລະດັບ 7,7% ໃນປີນີ້ ແລະ 5,6% ໃນປີ 2022.
ທ່ານ ຢະສຸຍຸກິ ສະວາດະ ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ: “ການເຕີບໂຕແມ່ນພວມໄດ້ຮັບແຮງຍູ້ດັນຈາກບັນດາປະເທດທີ່ກຳລັງພັດທະນາໃນອາຊີ ແຕ່ວ່າການລະບາດຂອງພະຍາດໂຄວິດ-19 ໄດ້ຂົ່ມຂູ່ຕໍ່ການຟື້ນຕົວ” ທ່ານຍັງໃຫ້ຮູ້ຕື່ມອີກວ່າ “ເສດຖະກິດຂອງປະເທດຕ່າງໆໃນພາກພື້ນ ແມ່ນດຳເນີນໄປໃນເສັ້ນທາງທີ່ແຕກຕ່າງກັນ ເສັ້ນໂຄຈອນເສດຖະກິດຂອງປະເທດເຫຼົ່ານີ້ ແມ່ນຂຶ້ນກັບຂະຫນາດຂອງການລະບາດພາຍໃນປະເທດ ບາດກ້າວໃນການດຳເນີນການສັກວັກຊີນຂອງແຕ່ລະປະເທດ ແລະ ໄດ້ຮັບຜົນປະໂຫຍດຫຼາຍເທົ່າໃດ ຈາກການຟື້ນຕົວຂອງໂລກ.”
ການເພີ່ມຂຶ້ນຂອງການສົ່ງອອກ ແມ່ນຈະຊຸກຍູ້ເສດຖະກິດຂອງບາງປະເທດທີ່ກຳລັງພັດທະນາໃນອາຊີຈຳນວນໜຶ່ງ ທ່າມການເພີ່ມທະວີກິດຈະກຳທາງເສດຖະກິດຂອງໂລກ ລວມທັງການຟຶ້ນຄືນຂອງການຜະລິດຂອງໂຮງຈັກໂຮງງານ. ຄວາມຄືບໜ້າຂອງການຜະລິດ ແລະ ການຈັດສົ່ງວັກຊີນຕ້ານພະຍາດໂຄວິດ-19 ໄດ້ປະກອບສ່ວນໃຫ້ແກ່ແຮງຍູ້ດັນດັ່ງກ່າວ ແຕ່ວ່າ ການແຜ່ລະບາດຂອງພະຍາດຍັງຄົງເປັນຄວາມສ່ຽງໃຫຍ່ທີ່ສຸດສຳລັບພາກພື້ນ ເນື່ອງຈາກມີທ່າອ່ຽງຊັກຊ້າໃນການດຳເນີນການສັກວັກຊີນ ຫຼືການລະບາດຮອບໃໝ່ ສາມາດບັ່ນທອນການເຕີບໂຕ ຄວາມສ່ຽງອັນອື່ນໆ ລວມທັງຄວາມເຄັ່ງຕຶງຂົງເຂດທາງພູມສາດການເມືອງທີ່ມີເພີ່ມຂຶ້ນ ການຜະລິດຮອດຂີດຈໍາກັດ ຄວາມສັບສົນທາງການເງິນຈາກການຮັດກຸມເງື່ອນໄຂທາງການເງິນ ຕົວຢ່າງເຊັ່ນ ຄວາມຢ້ານກົວໃນໄລຍະຍາວ ເນື່ອງຈາກເສຍໂອກາດໃນການຮໍ່າຮຽນຈາກາກການປິດໂຮງຮຽນ.
ເສດຖະກິດສ່ວນໃຫຍ່ຂອງປະເທດທີ່ກຳລັງພັດທະນາໃນອາຊີ ຈະເຫັນໄດ້ການເຕີບໂຕທີ່ແຂງແຮງໃນປີນີ້ ແລະ ໃນປີ 2022. ເສດຖະກິດຂອງປະເທດໃນແຖບອາຊີກາງ ຄາດວ່າຈະເຕີບໂຕໃນອັດຕາສະເລ່ຍທີ່ 3,4% ໃນປີນີ້ ແລະ 4,0% ໃນປີໜ້າ ເສດຖະກິດຂອງປະເທດທີ່ອີງໃສ່ການຄ້າໃນແຖບອາຊີຕາເວັນອອກສ່ຽງໃຕ້ ກໍຈະກັບມາຟື້ນໂຕອີກ ໂດຍການຄາດຄະເນຂອງອະນຸພາກພື້ນດັ່ງກ່າວ ຈະຂະຫຍາຍຕົວລວມໃນອັດຕາ 4,4% ໃນປີນີ້ ແລະ 5,1% ໃນປີ 2022 ພາຍຫຼັງທີ່ຫົດໂຕ 4,0% ໃນປີ 2020. ເສດຖະກິດຂອງປະເທດໃນແຖບປາຊີຟິກທີ່ຍັງຄົງໄດ້ຮັບຜົນກະທົບຈາກຂໍ້ຈຳກັດດ້ານການທ່ອງທ່ຽວທົ່ວໂລກ ແລະ ການຫຼຸດລົງຂອງການທ່ອງທ່ຽວ ຈະຂະຫຍາຍຕົວເລັກນ້ອຍໃນປີນີ້ີ່ ໃນອັດຕາ 1,4% ກ່ອນທີ່ອັດຕາການຂະຫຍາຍຕົວຈະເພີ່ມຂຶ້ນເປັນ 3,8% ໃນປີໜ້າ.
ການສົ່ງອອກທີ່ແຂງແຮງ ແລະ ການຟື້ນຕົວຂອງການບໍລິໂພກໃນຄົວເຮືອນເທື່ອລະກ້າວ ຈະຊ່ວຍເພີ່ມກິດຈະກຳທາງເສດຖະກິດໃນ ສປ ຈີນ ໃນປີນີ້. ຄາດວ່າລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີຂອງປະເທດຈະຂະຫຍາຍຕົວໃນອັດຕາ 8,1% ໃນປີ 2021 ແລະ 5,5% ໃນປີ 2022. ຈີດີພີຂອງບັນດາປະເທດແຖບອາຊີຕາເວັນອອກໂດຍລວມ ຄາດວ່າຈະຂະຫຍາຍຕົວໃນອັດຕາ 7,4% ໃນປີ 2021 ແລະ 5,1% ໃນປີ 2022.
ໃນຂະນະດຽວກັນ ເສດຖະກິດຂອງອິນເດຍຄາດວ່າຂະຫຍາຍຕົວໃນອັດຕາ 11,0% ໃນປີງົບປະມານ 2021 ເຊິ່ງສິ້ນສຸດລົງໃນວັນທີ 31 ມີນາ 2022 ທ່າມກາງການຊຸກຍູ້ການສັກວັກຊີນຢ່າງແຂງແຮງ. ເຖິງຢ່າງໃດກໍ່ຕາມ ການເພີ່ມຂຶ້ນຂອງກໍລະນີຜູ້ຕິດພະຍາດໂຄວິດ-19 ຫວ່າງມໍ່ໆມານີ້ ອາດຈະເຮັດໃຫ້ການຟື້ນຕົວມີຄວາມສ່ຽງ. ຄາດວ່າ ຈີດີພີຂອງອິນເດຍຈະຂະຫຍາຍຕົວທີ່ອັດຕາ 7,0% ໃນສົກປີ 2020. ໃນປີນີ້ ການຂະຫຍາຍຕົວຈີດີພີຂອງປະເທດໃນແຖບອາຊີໃຕ້ໂດຍລວມ ຄາດວ່າຈະຟື້ນຕົວໃນອັດຕາ 9,5% ພາຍຫຼັງຫົດຕົວ 6,0% ໃນປີ 2020 ກ່ອນທີ່ຈະຫຍັບຂຶ້ນມາຢູ່ໃນລະດັບປານກາງໃນອັດຕາ 6,6% ໃນປີໜ້າ.
ອັດຕາເງິນເຟີ້ໃນປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ຄາດວ່າຈະຫຼຸດລົງຈາກ 2,8% ມາເປັນ 2,3% ໃນປີນີ້ ຍ້ອນວ່າຄວາມກົດດັນດ້ານລາຄາອາຫານໄດ້ຮັບການແກ້ໄຂໃນໃນອິນເດຍ ແລະ ສປ ຈີນ. ອັດຕາເງິນເຟີ້ໃນພາກພື້ນ ຄາດວ່າຈະເພີ່ມສູງຂຶ້ນເປັນ 2,7% ໃນປີ 2022.
ບົດລາຍງານຍັງໄດ້ກວດກາຄ່າໃຊ້ຈ່າຍຂອງການປິດໂຮງຮຽນທີ່ເກີດຈາກການແຜ່ລະບາດພະຍາດໃນທົ່ວປະເທດທີ່ກຳລັງພັດທະນາໃນອາຊີ ບັນດາປະເທດທີ່ພວມນຳໃຊ້ການຮຽນທາງໄກ ແຕ່ການຮຽນແບບນີ້ມີປະສິດທິພາບບາງສ່ວນ ເນື່ອງຈາກນັກຮຽນຈຳນວນຫຼາຍຂາດການເຂົ້າເຖິງເຄື່ອງຄອມພິວເຕີ ແລະ ອິນເຕີເນັດ. ສິ່ງຫຍໍ້ທໍ້ເຫຼົ່ານີ້ ຈະສົ່ງຜົນກະທົບຕໍ່ທັກສະທີ່ນັກຮຽນໄດ້ຮັບ ແລະ ໃນທີ່ສຸດຕໍ່ຜະລິດຕະພາບ ແລະ ລາຍໄດ້ຂອງພວກເຂົາ ຊຶ່ງພວກເຂົາຈະເປັນແຮງງານໃນອະນາຄົດ ການສູນເສຍການຮຽນຮູ້ແມ່ນຢູ່ໃນລະດັບຕັ້ງແຕ່ 8,0% ຂອງປີການຮຽນຮູ້ໃນແຖບປາຊີຟິກ ເຊິ່ງໂຮງຮຽນສ່ວນໃຫຍ່ແມ່ນເປີດຢູ່ ເຖິງ 55% ໃນແຖບອາຊີໃຕ້ ຊື່ງເປັນແຖບທີ່ມີການປິດໂຮງຮຽນດົນທີ່ສຸດ. ມູນຄ່າໃນປັດຈຸບັນຂອງການຫຼຸດລົງລາຍຮັບໃນອະນາຄົດຂອງນັກຮຽນ ແມ່ນປະມານ 1,25 ພັນຕື້ໂດລາ ສຳລັບປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ຊຶ່ງເທົ່າກັບ 5,4% ຂອງ ຈີດີພີຂອງພາກພື້ນໃນປີ 2020.
ADB ມຸ່ງໝັ້ນເພື່ອການບັນລຸເປົ້າໝາຍໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຈະເລີນຮຸ່ງເຮືອງ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນທີ່ຈະລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ປະເທດສະມາຊິກເປັນເຈົ້າຂອງ ໃນນັ້ນມີ 49 ປະເທດແມ່ນມາຈາກພາກພື້ນ.