ຄົນດີຂອງສັງຄົມທີ່ຄວນເອົາເປັນແບບຢ່າງ

    ຊົມເຊີຍສອງໜຸ່ມທີ່ໃຊ້ເວລາກັກໂຕເອງຢູ່ເຮືອນ ເພື່ອຢຸດການແຜ່ລະບາດເຊື້ອພະຍາດໂຄວິດ-19 ນີ້ໃຫ້ເກີດຜົນປະໂຫຍດຕໍ່ສັງຄົມ ເຊິ່ງທັງສອງໜຸ່ມໄດ້ສຸມເຫື່ອເທແຮງ ອອກແຮງງານອະນາໄມເອົາຜັກຕົບອອກຈາກຄອງລະລາຍນໍ້າຂົວຮ່ອງແຊງ ຈຸດບ້ານຮ່ອງໄກ່ແກ້ວ ຫາບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ນໍ້າໄຫຼສະດວກສະບາຍໃນເວລາຝົນຕົກ ແລະ ອື່ນໆ.

    ການກະທໍາດັ່ງກ່າວນີ້ ສະແດງໃຫ້ເຫັນເຖິງການຮັກສາຄວາມສະອາດ ແລະ ເປັນເຈົ້າການຮ່ວມກັນ ເມື່ອພັກ-ລັດ ເພິ່ນສ້າງສາພັດທະນາໃຫ້ແລ້ວ ປະຊາຊົນຄືພວກເຮົາໄດ້ນໍາໃຊ້ສະດວກສະບາຍແລ້ວ ກໍຄວນເປັນເຈົ້າການບູລະນະຮັກສາຊ່ວຍກັນ (ໜ້າທີ່ ແລະ ຄວາມຮັບຜິດຊອບລວມ) ເພື່ອຜົນປະໂຫຍດລວມ ແລະ ຄວາມຍືນຍົງ.

​                                           # ຂ່າວ – ພາບ : ຂັນທະວີ

error: Content is protected !!