ສະພາການຄ້າ ແລະ ອຸດສາຫະກໍາເມືອງໄຊທານີ ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດປ້ອງກັນພະຍາດໂຄວິດ-19 ເມືອງໄຊທານີ

    ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນໍາເອົານໍ້າດື່ມ ໝີ່ສໍາເລັດຮູບ ໄຂ່ ແລະ ກາເຟ ລວມມູນຄ່າ 7.660.000 ກີບ ໄປມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງໄຊທານີ ເພື່ອປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຄະນະດັ່ງກ່າວ ທີ່ກໍາລັງປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ.

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 29 ເມສາ 2021 ຢູ່ຫ້ອງວ່າການປົກຄອງເມືອງໄຊທານີ ເຊິ່ງມອບໂດຍທ່ານ ຄໍາເສີມ ມະນີວົງ ປະທານກຸ່ມບໍລິສັດມະນີວົງ ຜູ້ອໍານວຍການໂຮງຮຽນສົມປັນຍາ ປະທານສະພາການຄ້າ ແລະ ອຸດສາຫະກໍາເມືອງໄຊທານີ ທ່ານ ຄໍາແພງ ເຜົ້າບົວວົງ ຜູ້ອໍານວຍການຮ້ານລັດສະໝີຊີ້ນດາດຈານໃຫຍ່ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາເມືອງໄຊທານີ ແລະ ຮັບໂດຍທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຮ້ານວິໄລພອນ ຂາຍເຄື່ອງຍ່ອຍ ວັດສະດຸກໍ່ສ້າງ ແລະ ບໍລິສັດ ສ. ມະນີວົງ ໂຮງງານເຟີນີເຈີວຽງນິຍົມ ແລະ ໂຮງງານເຟີນີເຈີແສງວຽງ ຕະຫຼາດຕານມີໄຊ ທ່ານ ໂອລີ່ ວົງພົມ ຮ້ານລັດສະໝີຊີ້ນດາດຈານໃຫຍ່ ແລະ ທ່ານ ວິນສອນ ໄຊຍະສອນ.    

# ຂ່າວ – ພາບ : ສະບາໄພ

error: Content is protected !!