ວັນທີ 14 ເມສາ 2020 ນີ້ ຢູ່ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດ ຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດຜູ້ນຳອາຊຽນ+3 ກ່ຽວກັບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ:

ສະແດງຄວາມຂອບໃຈມາຍັງບັນດາສື່ມວນຊົນທຸກຂະແໜງການ ທີ່ໄດ້ມາຮ່ວມຮັບຟັງການຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດຂອງຜູ້ນຳອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນ+3 (ສປ ຈີນ ສ.ເກົາຫລີ ແລະ ຍີ່ປຸ່ນ) ກ່ຽວກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ໃນມື້ນີ້ ເຊິ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ເຂົ້າຮ່ວມດ້ວຍຜົນສຳເລັດສູງ ແລະ ມີບົດບາດສຳຄັນຍິ່ງ.
ກອງປະຊຸມສຸດຍອດສະໄໝພິເສດທັງ 2 ກອງປະຊຸມ ແມ່ນໄດ້ດຳເນີນໄປເປັນເວລາ 1 ວັນ ໂດຍຄາບເຊົ້າ ແຕ່ເວລາ 08:00-10:00 ໂມງ ແມ່ນກອງປະຊຸມສະໄໝພິເສດຜູ້ນຳອາຊຽນ ແລະ ຄາບບ່າຍແຕ່ເວລາ 14:00-16:00 ໂມງ ແມ່ນກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນ+3 (ສປ ຈີນ ສ.ເກົາຫຼີ ແລະ ຍີ່ປຸ່ນ) ກ່ຽວກັບພະຍາດໂຄວິດ-19.

ຜົນກອງປະຊຸມສຸດຍອດ ສະໄໝພິເສດຜູ້ນຳອາຊຽນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ມີລາຍລະອຽດດັ່ງນີ້:
ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນ ໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນນີ້ ບັນດາຜູ້ນຳໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການຂອງແຕ່ລະປະເທດສະມາຊິກ ກໍຄືຂອງອາຊຽນໂດຍລວມ ແນໃສ່ພ້ອມກັນຮັບມື ແລະ ຕອບໂຕ້ຢ່າງທັນການຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ.
ສຳລັບ ສປປ ລາວ ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບສະພາບການ ແລະ ມາດຕະການໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບພະຍາດໂຄວິດ-19 ເຊັ່ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງ ດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ ປິດສະຖາບັນການສຶກສາທຸກລະດັບ ສະຖານບໍລິການທຸກປະເພດ ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ ຫຼີກລ່ຽງການຊຸມນຸມ ແລະ ທຸກກິດຈະກຳທີ່ມີການເຕົ້າໂຮມຈຳນວນຫຼາຍ ປະຕິບັດຢ່າງເຂັ້ມງວດ ຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ; ແລະ ສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.
ສຳລັບທິດທາງໃນຕໍ່ໜ້າ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກອງປະຊຸມພິຈາລະນາ ສະເໜີໃຫ້ອາຊຽນເພີ່ມທະວີການຮ່ວມມືກັນໃຫ້ທັນການ ໂດຍສະເພາະໃນການປະຕິບັດມາດຕະການຈຳກັດການເຄື່ອນຍ້າຍຂອງຄົນໃນສັງຄົມ ເປັນຕົ້ນແມ່ນການເຄື່ອນຍ້າຍແຮງງານ ຈາກບ່ອນໜື່ງໄປອີກບ່ອນໜື່ງໃນຈຳນວນຫຼວງຫຼາຍ ເພື່ອຕັດວົງຈອນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ແລະ ຊຸກຍູ້ໃຫ້ບັນດາປະເທດທີ່ມີຄວາມສາມາດສູງດ້ານວິທະຍາສາດການແພດ ຮີບຮ້ອນຄົ້ນຄວ້າ ແລະ ຜະລິດຢາປົວໂຄວິດ-19 ກໍຄືຢາວັກແຊັງອອກມາໃຫ້ໄດ້ໂດຍໄວ ແນໃສ່ເພື່ອສະກັດກັ້ນການແຜ່ລະບາດ ແລະ ປິ່ນປົວຜູ້ຕິດເຊື້ອຢ່າງມີປະສິດທິຜົນ.
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການກອງປະຊຸມສຸດຍອດ ສະໄໝພິເສດ ຜູ້ນຳອາຊຽນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງອັນສຳຄັນໃນນີ້ ແມ່ນຜູ້ນຳໄດ້ເຫັນດີສືບຕໍ່ຮ່ວມມືກັນ ສືບຕໍ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນອັນດີ ກ່ຽວກັບມາດຕະການໃນການສະກັດກັ້ນ ຄວບຄຸມ ປິ່ນປົວ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ແລະ ເຫັນດີໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ເຫັນດີຕໍ່ຂໍ້ສະເໜີສ້າງກອງທຶນສຸກເສີນເພື່ອຮັບມືກັບພະຍາດໂຄວິດ ການສ້າງຄັງແຮສຸກເສີນອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ ການຮັກສາການສະໜອງແບບຕ່ອງໂສ້ດ້ານຄົມມະນາຄົມຂົນສົ່ງ ການບໍລິການ ແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈຳເປັນ ການຮ່ວມມືກັນເພື່ອສະກັດກັ້ນ ແລະ ຫຼີກລ່ຽງຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ ເຊິ່ງຈະເຮັດໃຫ້ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ ແລະ ເຫັນດີຮ່ວມກັນໃນການວາງແຜນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຄືນໃໝ່ ພາຍຫຼັງສິ້ນສຸດການແຜ່ລະບາດພະຍາດໂຄວິດ-19 ແລະ ຂໍ້ລິເລີ່ມທັງໝົດນີ້ ແມ່ນໄດ້ມອບໝາຍໃຫ້ກະຊວງຂະແໜງການ ໄປປຶກສາຫາລືໃນລາຍລະອຽດ ແລະ ຜັນຂະຫຍາຍຕໍ່ໄປ.
ໃນໂອກາດນີ້ ສປປ ລາວ ໄດ້ສະແດງຄວາມຂອບໃຈບັນດາປະເທດເພື່ອນມິດອາຊຽນ ກໍຄືອົງການຈັດຕັ້ງສາກົນ ລວມທັງອົງການອະນາໄມໂລກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານຊ່ຽວຊານ ກໍຄືອຸປະກອນການແພດໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ພິເສດ ໄດ້ສະແດງຄວາມຂອບໃຈລັດຖະບານຫວຽດນາມ ທີ່ໄດ້ຈັດສົ່ງອຸປະກອນ ພ້ອມດ້ວຍທີມງານວິຊາການແພດໝໍມາຊ່ວຍໃນການວາງແຜນສະກັດກັ້ນ ກໍຄືໃຫ້ບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.
ຜົນກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນ+3 ວ່າດ້ວຍການແຜ່ລະບາດພະຍາດໂຄວິດ-19:
ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ໃນນາມປະທານອາຊຽນ ແລະ ທ່ານປະທານາທິບໍດີ ສ.ເກົາຫລີ ໃນນາມປະທານປະເທດ+3 (ສປ ຈີນ ສ.ເກົາຫລີ ແລະ ຍີ່ປຸ່ນ). ພິເສດ ກອງປະຊຸມຄັ້ງນີ້ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກໍໄດ້ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາສອງຊົ່ວໂມງ ແລະ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນນີ້ໄດ້ຕີລາຄາສູງ ແລະ ຊົມເຊີຍຄວາມພະຍາຍາມຂອງແຕ່ລະປະເທດສະມາຊິກ ກໍຄືມາດຕະການລວມ ພາຍໃຕ້ຂອບການຮ່ວມມືອາຊຽນ+3 ໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
ບັນດາຜູ້ນຳ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ ກໍຄືບົດຮຽນທີ່ດີໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19 ແລະ ຢືນຢັນຄຳໝາຍໝັ້ນ ທີ່ຈະສືບຕໍ່ຮັດແໜ້ນຮ່ວມມືກັນໃນຕໍ່ໜ້າ ແລະ ໃນກອງປະຊຸມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ສະເໜີບາງທິດທາງໃນຕໍ່ໜ້າ ເພື່ອໃຫ້ກອງປະຊຸມພິຈາລະນາ ເປັນຕົ້ນ: ໃຫ້ມີການຮ່ວມມືກັນໃນວຽກຄົ້ນຄວ້າ ແລະ ພັດທະນາ (R&D) ຢາປົວພະຍາດ ກໍຄືຢາວັກແຊັງກັນພະຍາດໂຄວິດ-19 ໃຫ້ສຳເລັດໂດຍໄວ ສະໜັບສະໜູນຊ່ວຍເຫຼືອດ້ານການສ້າງຊັບພະຍາກອນມະນຸດຂະແໜງສາທາລະນະສຸກ ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ.
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກອງປະຊຸມສຸດຍອດສະໄໝພິເສດ ຜູ້ນຳອາຊຽນ+3 ກ່ຽວກັບການແຜ່ລະບາດພະຍາດໂຄວິດ-19 ເຊິ່ງໃນນີ້ ຜູ້ນຳໄດ້ເຫັນດີເປັນເອກະພາບກັນ: ສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19 ເຫັນດີສ້າງຄັງແຮສຸກເສີນເພີ່ມເຕີມ ເພື່ອແຮສະສົມອຸປະກອນ ແລະ ເຄື່ອງມືການແພດທີ່ຈຳ ເປັນຕ່າງໆ ເຫັນດີຮ່ວມມືກັນເພື່ອເຮັດແນວໃດໃຫ້ມີຜົນກະທົບໜ້ອຍທີ່ສຸດ ຕໍ່ເສດຖະກິດ-ສັງຄົມ ໂດຍສະເພາະ ຮັບປະກັນເຮັດໃຫ້ລະບົບຂົນສົ່ງເຊື່ອມຈອດບໍ່ເປັນອຳມະພາດ ເປັນຕົ້ນການຂົນສົ່ງສິນຄ້າອຸປະໂພກ-ບໍລິໂພກ ແລະ ເຄື່ອງມືອຸປະກອນການແພດ ລວມທັງຢາປົວພະຍາດທີ່ຈຳເປັນຕ່າງໆ ການຄ້ຳປະກັນດ້ານສະບຽງອາຫານໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ດ້ວຍການອະນຸມັດໃຫ້ນຳໃຊ້ຄັງເຂົ້າແຮສຸກເສີນອາຊຽນ+3 ສຳລັບປະເທດສະມາຊິກທີ່ຫຍຸ້ງຍາກ ແລະ ມີຄວາມຈຳເປັນ ແລະ ປະເທດ+3 ຍິນດີໃຫ້ປະເທດສະມາຊິກອາຊຽນສາມາດເຂົ້າເຖິງກອງທຶນສະສົມ (Trust Fund) ຂອງຕົນຢູ່ບັນດາສະຖາບັນການເງິນສາກົນຕ່າງໆ ເປັນຕົ້ນທະນາຄານພັດທະນາອາຊີ ທະນາຄານໂລກ ແລະ ອື່ນໆ.
ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະ ເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໂດຍສະເພາະປະເທດ+3 ທີ່ໄດ້ສົ່ງຊ່ຽວຊານດ້ານການແພດ, ອຸປະກອນການແພດ ແລະ ຢາກັນພະຍາດຕ່າງໆໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19. ພິເສດ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ປະເທດ+3 ທີ່ໄດ້ເອົາໃຈໃສ່ເບິ່ງແຍງດູແລພົນລະເມຶອງລາວ ກໍຄືນັກສຶກສາລາວທີ່ຍັງຕິດຄ້າງຢູ່ບັນດາປະເທດເຫຼົ່ານີ້ເປັນຢ່າງດີ ຄືກັນກັບພົນລະເມືອງຂອງຕົນເອງ.
ທັງໝົດນີ້ ຄືຜົນກອງປະຊຸມຂອງທັງສອງກອງປະຊຸມສຸດຍອດຜູ້ນຳອາຊຽນ ແລະ ອາຊຽນ+3 ສະໄໝພິເສດໂດຍສັງເຂບ.