ການເງິນເພື່ອການພັດທະນາສັງຄົມ ແລະ ພັດທະນາຕາມທິດສີຂຽວ ເປັນແກນກາງໃຫ້ແກ່ການຟື້ນຕົວທີ່ຍືນຍົງຂອງພາກພື້ນອາຊີ ແລະ ປາຊີຟິກ

    ມະນີລາ, ຟີລິບປິນ (28 ເມສາ 2021) – ການເງິນເພື່ອ​ກາ​ນພັດທະນາສັງຄົມ ແລະ ກາ​ນພັດທະນາຕາມທິດສີຂຽວ ຕ້ອງໄດ້ຮັບການບຳລຸງລ້ຽງ ເພື່ອຮັບປະກັນວ່າ ການຟື້ນຕົວຂອງພາກພື້ນອາຊີ ແລະ ປາຊີຟິກ ຈາກການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ ຫຼື ພະຍາດໂຄວິດ-19 ແມ່ນມີຄວາມພ້ອມ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ອີງຕາມບົດລາຍງານການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ເຊິ່ງໄດ້ເຜີຍແຜ່ໂດຍທະນາຄານພັດທະນາອາຊີ ຫຼື ADB ໃນວັນທີ 28 ເມສາຜ່ານມາ.

    ອີງຕາມຫົວຂໍ້ຫຼັກຂອງບົດລາຍງານ ການສະໜອງທຶນແກ່ການຟຶ້ນໂຕຢ່າງທົ່ວເຖິງ ແລະ ຕາມທິດສີຂຽວ ລັດຖະບານຄວນນຳໃຊ້ນະໂຍບາຍຕ່າງໆທີ່ຈະສະໜັບສະໜູນແກ່ການພັດ​ທະ​ນາການເງິນເພື່ອການພັດທະນາສັງຄົມ ແລະ ຕາມທິດສີຂຽວ ຊຶ່ງເປັນເຄື່ອງມືທາງການເງິນທີ່ຖືກອອກແບບເພື່ອສົ່ງເສີມເປົ້າໝາຍການພັດທະນາດ້ານສິ່ງແວດລ້ອມ ແລະ ສັງຄົມ. ບົດລາຍງານ ຮຽກຮ້ອງໃຫ້ລັດຖະບານໃຊ້ມາດຕະການທາງງົບປະມານ ກົດໝາຍ ແລະ ລະບຽບການຕ່າງໆ ເພື່ອເລັ່ງການຂ​ະ​ຫຍ​າຍຕົວຂອງການເງິນເພື່ອການ​ພັດທະນາທ​າງສັງຄົມ ແລະ ການພັດທະນາຕາມທິດສີຂຽວ. ກົດລະບຽບທີ່ບັງຄັບໃຊ້ ແມ່ນມາດຕະຖານທົ່ວໄປສຳລັບການເປີດເຜີຍຂໍ້ມູນຂ່າວສານ ແລະ ການວັດແທກຜົນກະທົບ ສາມາດຊ່ວຍຮັບປະກັນວ່າ ການເງິນເພື່ອ​ການພັດທະນາສັງຄົມ ແລະຕາມທິດສີຂຽວ ແມ່ນມີປະສິດທິຜົນ ຍືນຍົງ ແລະ ດຶງດູດຈິດໃຈ ໂດຍສະເພາະພາກເອກະຊົນ.

    ທ່ານ ຢະສຸຍຸກິ ສະວາດະ ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ “ພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຫຼາຍໃຫ້ແກ່ຜູ້ທຸກຍາກ ແຕ່ມັນຍັງເປັນໂອກາດທີ່ຈະສ້າງໃຫ້ດີຂື້ນກວ່າເກົ່າ” ທ່ານກ່າວຕື່ມອີກວ່າ  “ການເລີ່ມຕົ້ນໃໝ່ທີ່ຍິ່ງໃຫຍ່ນີ້ ຮຽກຮ້ອງໃຫ້ມີການລົງທຶນຢ່າງຫຼວງຫຼາຍໃນຂະແໜງສິ່ງແວດລ້ອມ ແລະ ຂະແໜງສັງຄົມ ເຊັ່ນ: ສາທາລະນະສຸກ ແລະ ການສຶກສາ. ມັນສາມາດເກີດຂຶ້ນໄດ້ ພຽງແຕ່ຜ່ານຄວາມພະຍາຍາມຮ່ວມກັນຂອງລັດຖະບານ ແລະ ພາກເອກະຊົນໃນພາກພື້ນ ໂດຍສະເພາະ ນັບຕັ້ງແຕ່ລາຍໄດ້ຂອງລັດຖະບານໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດ. ລັດຖະບານຄວນເສີມສ້າງພື້ນຖານໂຄງລ່າງດ້ານຕະຫຼາດ ແລະ ລະບົບນິເວດ  ດັ່ງນັ້ນ ການເງິນເພື່ອ​ກາ​ນພັດທະນາດັ່ງກ່າວສາມາດເຕີບໂຕ ແລະ ປະກອບສ່ວນເຂົ້າໃນການຟື້ນຕົວໄດ້ຢ່າງຍືນຍົງ ແລະ ທົ່ວເຖິງ.”

    ໃນຊຸມປີທີ່ຜ່ານມາ ການສະ​ຫນ​ອງເງິນເພື່ອການພັດທະນາສັງຄົມ ແລະ ພັດທະນາຕາມທິດສີຂຽວ ໄດ້ເຕີບໂຕຢ່າງໄວວາ ໂດຍສະເພາະໃນພາກເອກະຊົນ ການປ່ຽນແປງຄວາມມັກຂອງນັກລົງທຶນໄປສູ່ເປົ້າໝາຍການພັດທະນາແບບຍືນຍົງໄດ້ມີບົດບາດສຳຄັນຫຼາຍກວ່າ 30 ພັນຕື້ໂດລາ ຫຼືໜຶ່ງສ່ວນສາມຂອງຊັບສິນທົ່ວໂລກ ດຽວນີ້ ກຳລັງຢູ່ພາຍໃຕ້ການ​ບໍ​ລິ​ຫານ​ທີ່ນຳໜ້າໂດຍການພິຈາລະນາດ້ານສິ່ງແວດລ້ອມ ສັງຄົມ ແລະ ການປົກຄອງບໍລິຫານ. ບັນດາບໍລິສັດທີ່ພວມນຳໃຊ້ທຶນເພື່ອພັດທະນາສັງຄົມ ແລະ ຕາມທິດສີຂຽວເພື່ອປ້ອງກັນຄວາມສ່ຽງທີ່ຍືນຍົງ ດຶງດູດນັກລົງທຶນທີ່ມີຄວາມອົດທົນ ແລະ ມີຄວາມພ້ອມໃນ​ການຮັບມືກັບບັນຫາທີ່ເກີດຂຶ້ນກະທັນຫັນ ໃນຂະນະທີ່ປະເທດເສດຖະກິດທີ່ມີລາຍຮັບສູງ ຍັງຄົງຢືດຄອງຕະຫຼາດ ປະເທດທີ່ກຳລັງພັດທະນາແຖບອາຊີ ແມ່ນຜູ້ນຳໃນປະເທດທີ່ພົ້ນເດັ່ນດ້ານພັນທະບັດສີຂຽວ ສັງຄົມ ແລະ ຄວາມຍືນຍົງ ອີງຕາມບົດລາຍງານ.

    ບົດລາຍງານດັ່ງກ່າວ ຍັງໄດ້ບັນທຶກວ່າ ການສະ​ໜອງ​ທຶ​ນເພື່ອ​ການພັດທະນາສັງຄົມ ແລະ ຕາມທິດສີຂຽວ ​ແມ່ນມີຜົນປະໂຫຍດແນວໃດຕໍ່ນັກລົງທຶນ ບໍລິສັດ ແລະ ສັງຄົມ. ຫຼັກຖານສະແດງໃຫ້ເຫັນວ່າ ບໍລິສັດທີ່ໃຊ້ທຶ​ນເພື່ອການພັດທະນາຕາມທິດສີຂຽວ ເຫັ​ນ​ລ​າ​ຄາ​ຫຸ້ນ​ໃນ​ຕະ​ຫລ​າດ​ຫຼັກ​ຊັ​ບດີຂຶ້ນ ແລະ ມີຄວາມທົນທານຫຼາຍຂຶ້ນໃນໄລຍະການແຜ່ລະບາດພະຍາດ. ຜູ້ອອກພັນທະບັດເພື່ອ​ກາ​ນ​ພັດ​ທ​ະ​ນ​າສີຂຽວໃນອາຊີ ຍັງໄດ້ປັບປຸງຄະແນນດ້ານສິ່ງແວດລ້ອມຂອງພວກເຂົາໂດຍສະເລ່ຍ 30% ສອງປີຫຼັງຈາກການອອກພັນທະບັດ. ບັນດາຕົວເມືອງທີ່ອອກພັນທະບັດສີຂຽວຫຼາຍ​ຂຶ້​ນ ເຫັນການປັບປຸງທາງດ້ານຄຸນນະພາບຂອງອາກາດຢ່າງເຫັນໄດ້ຊັດເຈນ ຊຶ່ງນນໍາໄປສູ່ຜົນປະໂຫຍດທາງດ້ານສຸຂະພາບ.

    ບົດລາຍງານໄດ້ລະບຸເຄື່ອງມືດ້ານການເງິນຫຼາຍຢ່າງທີ່ສາມາດສົ່ງເສີມການຟື້ນຟູແບບຕາມທິດສີຂຽວ ແລະ ທົ່ວເຖິງ ລວມທັງບ້ວງທຶນກະຕຸ້ນ ການເງິນຈຸລະພາກ ແລະ ການກຳນົດລາຄາອາຍກາກບອນ. ກົນໄກການເງິນແບບໃໝ່ເຊັ່ນ: ການຜູກພັນຜົນກະທົບ ຊ່ວຍເຊື່ອມໂຍງຕົ້ນທຶນຂອງພາກເອກະຊົນກັບແຜນງານການພັດທະນາສັງຄົມ. ຕົວຢ່າງໜຶ່ງແມ່ນ ພັນທະບັດທີ່​ມີຜົນກະທົບຊ່ວຍເຊື່ອມໂຍງການພັດທະນາ “ການສຶກສາຂ​ອງເດັກຍິງ” ເຊິ່ງໄດ້ຊ່ວຍປັບປຸງຜົນໄດ້ຮັບດ້ານການສຶກສາສຳລັບເດັກຍິງໃນເກນອາຍຸເຂົ້າໂຮງຮຽນໃນປະເທດອິນເດຍ.

    ບົດລາຍງານລະບຸວ່າ ທະນາຄານພັດທະນາຫຼາຍຝ່າຍ ດັ່ງເຊັ່ນ ADB ກໍສາມາດຊ່ວຍໃຫ້ການເງິນເພື່ອພັດທະນາສັງຄົມ ແລະ ພັດທະນາຕາມທິດສີຂຽວມີການຂະຫຍາຍຕົວ ພວກເຂົາສາມາດເຮັດໄດ້ໂດຍການສະໜອງເງິນທຶນໂດຍກົງ ແລະ ການກະຕຸ້ນແຫຼ່ງທຶນຈາກພາກລັດ ແລະ ເອກະຊົນໂດຍຜ່ານການປະສົມປະສານ ການເພີ້່ມສິນເຊື່ອ ການຄ້ຳປະກັນເງິນກູ້ ແລະ ເຄື່ອງມືທາງ​ດ້ານ​ກາ​ນ​ເງິ​ນໃໝ່ອື່ນໆ. ພວກເຂົາຍັງສາມາດມີບົດບາດສຳຄັນໃນການຊ່ວຍສ້າງຄວ​າມ​ເຂັ້ມ​ແຂງ​ໃຫ້​ແກ່ພື້ນຖານໂຄງລ່າງຕະຫຼາດ ແລະ ລະບົບນິເວດ ນະໂຍບາຍຂອງລັດຖະບານ ຄວາມຮູ້ ແລະ ​ຂີດຄວາມສາມາດໃຫ້ແກ່ປະເທດເສດຖະກິດທີ່ກຳລັງພັດທະນາ.

          ADB ມຸ່ງໝັ້ນເພື່ອການບັນລຸເປົ້າໝາຍໃຫ້ພາກພື້ນອາຊີ ແລະ ປາຊີຟິກມີຄວາມຈະເລີນຮຸ່ງເຮືອງ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັ​ນກັບການຮັກສາຄວາມພະຍາຍາມຂອງຕົນ ທີ່ຈະລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ສະມາຊິກເປັນທີ່​ດ​ເປັ​ນເຈົ້າຂອງ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.

error: Content is protected !!