ການຮ່ວມມືດ້ານມະນຸດສະທໍາລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ໃນຂອບວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

    ໂດຍສືບຕໍ່ແນວທາງນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຖະບານລາວ ທີ່ມີຕໍ່ວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໂດຍຕອບສະໜອງຕາມການສະເໜີ ແລະ ຮ້ອງຂໍຈາກລັດຖະບານ ແລະ ປະຊາຊົນອາເມຣິກາ ຕະຫຼອດໄລຍະເວລາ 30 ກວ່າປີແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມຣິກາ ໃນການດໍາເນີນວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນພໍ່ແມ່ປະຊາຊົນໃນຂົງເຂດທີ່ມີການສໍາຫຼວດ ແລະ ຂຸດຄົ້ນຕົວຈິງ ໄດ້ໃຫ້ຄວາມເອົາໃຈໃສ່ຮ່ວມມືກັບຝ່າຍອາເມຣິກາຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈຕະຫຼອດມາ.

    ນັບແຕ່ມີການຮ່ວມມືກັນເພື່ອດໍາເນີນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວຈົນມາຮອດປັດຈຸບັນ ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມຣິກາ ໄດ້ຈັດສົ່ງ ແລະ ສັນລະສູດສິ່ງເສດເຫຼືອຂອງທະຫານອາເມຣິກາໄດ້ແລ້ວຈໍານວນ 287 ຄົນ ຫຼືຫຼາຍກວ່າ 50% ຂອງຈໍານວນທັງໝົດ ແລະ ຍັງອີກ 286 ຄົນ ທີ່ຝ່າຍອາເມຣິກາຈໍາເປັນຕ້ອງໄດ້ຮ່ວມມືກັບຝ່າຍລາວ ໃນການສືບຕໍ່ຄົ້ນຫາ. ຕໍ່ບັນຫານີ້ ລັດຖະບານລາວຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມຣິກາ ອີງຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ກໍຄືບັນຍາກາດແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ອາເມຣິກາໃນອະນາຄົດ.

    ແຜນການປະຕິບັດງານຮ່ວມ ລາວ-ອາເມຣິກາ ຢູ່ພາກສະໜາມ ເພື່ອສໍາຫຼວດ ແລະ ຂຸດຄົ້ນ ຊອກຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວຄັ້ງນີ້ ແມ່ນໄດ້ມີແຜນການຮ່ວມມືມາແລ້ວ ແຕ່ໄດ້ຖືກໂຈະມາຫຼາຍຄັ້ງແລ້ວ ເພາະຍ້ອນສະພາບການແຜ່ລະບາດຂອງພະຍາດ COVID-19 ແຕ່ມາຮອດຕົ້ນເດືອນເມສາ 2021 ພາຍຫຼັງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19. ດັ່ງນັ້ນ ໃນວັນທີ 28 ເມສາ 2021 ຍົນ C-17 ຂອງກອງທັບສະຫະລັດອາເມຣິກາຈຶ່ງໄດ້ມາສົ່ງທີມງານວິຊາການອາເມຣິກາ ແລະ ສົ່ງເຄື່ອງຮັບໃຊ້ພາກສະໜາມ ໃນວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູລາວ ຫຼື MIA ຄັ້ງທີ 4 ຂອງປີ 2021 ຫຼື 21-4LA ທີ່ຈະມີຂຶ້ນໃນລະຫວ່າງວັນທີ 12 ພຶດສະພາ ຫາ 21 ມິຖຸນາ 2021 ຢູ່ເຂດເມືອງບົວລະພາ ແຂວງຄໍາມ່ວນ. ທີມງານດັ່ງກ່າວຈະກັກຕົວຢູ່ໂຮງແຮມຢູນະຄອນຫຼວງວຽງຈັນເປັນເວລາ 14 ວັນ ແລະ ຈະດໍາເນີນການຂຸດຄົ້ນຕົວຈີງແຕ່ວັນທີ 13 ພຶດສະພາ ຫາ 18 ມິຖຸນາ 2021 ແລະ ຈະເດີນທາງອອກຈາກ ສປປ ລາວໃນວັນທີ 21 ມິຖຸນາ 2021.

.

error: Content is protected !!