ອີງຕາມບົດລາຍງານສະບັບໃໝ່ ທີ່ເຜີຍແຜ່ໂດຍທະນາຄານພັດທະນາອາຊີ ຫຼື ADB ໃນວັນທີ 28 ເມສາຜ່ານມາ ລະບຸວ່າ ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວໃນລະດັບ 4,0% ໃນປີ 2021 ແລະ 4,5% ໃນປີ 2022 ເຊິ່ງໄດ້ຮັບການສະໜັບສະໜູນຈາກການຜະລິດກະສິກຳທີ່ດີຂື້ນ ແລະ ການຜະລິດກະແສໄຟຟ້າທີ່ໜັ້້້ນທ່ຽງ ເຊິ່ງຈະທົດແທນການຟື້ນຕົວຊ້າຂອງຂະແໜງການບໍລິການ ທ່າມກາງສະພາບການລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ ຫຼື ໂຄວິດ-19.
ອີງຕາມບົດລາຍງານ ການຄາດຄະເນການພັດທະນາຂອງອາຊີ ປະຈຳປີ 2021 ການຄາດຄະເນການຟື້ນຕົວຂອງເສດຖະກິດຂອງ ສປປ ລາວ ຫຼັງຈາກມີການຫົດໂຕ 0,5% ໃນປີຜ່ານມາ ຖ້າທຽບໃສ່ອັດຕາການຂະຫຍາຍຕົວທີ່ 4,7% ໃນປີ 2019.
ທ່ານນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ການຂະຫຍາຍຕົວທາງເສດຖະກິດ ແມ່ນພວມໄດ້ຮັບແຮງຍູ້ດັນເພີ່ມຂຶ້ນໃນ ສປປ ລາວ ແຕ່ວ່າການລະບາດຮອບໃໝ່ຂອງພະຍາດໂຄວິດ-19 ພ້ອມດ້ວຍສິ່ງທ້າທາຍທາງດ້ານໂຄງສ້າງ ຈະເປັນໄພຂົ່ມຂູ່ຕໍ່ການຟື້ນຟູເສດຖະກິດຂອງປະເທດ” ທ່ານໃຫ້ຮູ້ຕື່ມອີກວ່າ: “ເລັ່ງການສັກວັກຊີນໂດຍໄວ ໄປພ້ອມໆກັນກັບມາດຕະການທີ່ຈະເສີມສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງເສດຖະກິດມະຫາພາກ ແລະ ພ້ອມທັງຍົກລະດັບຄວາມເຊື່ອໝັ້ນຂອງນັກລົງທຶນ ແມ່ນມີຄວາມຈຳເປັນ ເພື່ອສະໜັບສະໜູນການຟື້ນຟູເສດຖະກິດ ແລະ ປົກປ້ອງສະຫວັດດີພາບຂອງຄົວເຮືອນ.”
ມາດຕະການທີ່ເຂັ້ມງວດຕໍ່ນັກທ່ອງທ່ຽວໃນປີ 2020 ປ້ອງກັນບໍ່ໃຫ້ເກີດວິກິດການທາງດ້ານສາທາລະນະສຸກຂະໜາດໃຫຍ່ໃນ ສປປ ລາວ ແຕ່ວ່າການຫຼຸດລົງຂອງຄວາມຕ້ອງການໃນການບໍລິໂພກພາຍໃນ ແລະ ຕ່າງປະເທດ ພາໃຫ້ເກີດມີການວ່າງງານທີ່ເພີ້ມຂຶ້ນ ການເງິນພາກລັດແມ່ນໄດ້ຮັບຜົນກະທົບໜັກ ໄປພ້ອມກັນກັບການຫຼຸດອັນດັບຄວາມໜ້າເຊື່ອຖືຂອງລັດຖະບານແຫ່ງ ສປປ ລາວ ລົງຈາກບັນດາອົງການຈັດລຳດັບ ເນື່ອງຈາກຄວາມກົດດັນດ້ານສະພາບຄ່ອງຈາກພາຍນອກທີ່ເພີ່ມຂຶ້ນ ທ່າມກາງທາງເລືອກໃນການກູ້ຢືມເພື່ອຊຳລະໜີ້ທີ່ມີຢູ່ຈຳກັດ.
ຄາດວ່າຂະແໜງກະສິກຳຈະຟື້ນຕົວໃນລະດັບປານກາງໃນປີນີ້ ສ່ວນໃຫຍ່ແມ່ນຍ້ອນການຄ້າຂາຍສັດລ້ຽງ. ແຕ່ການປູກພືດເປັນສະບຽງອາຫານອາດຊັກຊ້າ ຍ້ອນສະພາບອາກາດເຢັນຂຶ້ນ ແລະ ການຂາດແຄນນໍ້າ. ການຂະຫຍາຍຕົວຂອງຂະແໜງ ອຸດສາຫະກຳ ຈະໄດ້ຮັບການຊຸກຍູ້ຈາກການຜະລິດກະແສໄຟຟ້າທີ່ເພີ່ມຂຶ້ນ ສືບຕໍ່ການລົງທຶນເຂົ້າໃນພື້ນຖານໂຄງລ່າງຂະໜາດໃຫຍ່ ບໍ່ແຮ່ ແລະ ອະສັງຫາລິມະຊັບໃນຕົວເມືອງ ຄາດວ່າຈະເພີ່ມຂຶ້ນໃນປີ 2021 ແລະ 2022 ທີ່ຈະຊ່ວຍການສ້າງວຽກເຮັດງານທຳ ແລະ ສະໜັບສະໜູນກຳລັງຊື້ຂອງຄົວເຮືອນ.
ການຂະຫຍາຍຕົວຂອງຂະແໜງບໍລິການໃນປີ 2021 ຈະໄດ້ຮັບການສະໜັບສະໜູນຈາກການຟື້ນຕົວຂອງການຊົມໃຊ້ພາຍໃນປະເທດ ຈາກການສຳເລັດຂອງການລົງທຶນດ້ານພື້ນຖານໂຄງລ່າງທີ່ເປັນຍຸດທະສາດ ເຊັ່ນ: ທາງດ່ວນວຽງຈັນ – ວັງວຽງ ເຊິ່ງຈະຊ່ວຍຊຸກຍູ້ອຸດສາຫະກຳການບໍລິການພາຍໃນປະເທດ ຄາດວ່າການທ່ອງທ່ຽວຈາກຕ່າງປະເທດເພື່ອທຸລະກິດ ແລະ ການພັກຜ່ອນ ຈະກັບຄືນສູ່ສະພາບປົກກະຕິໃນປີ 2022 ໂຕຂັບເຄື່ອນການຟື້ນຕົວຂອງເສດຖະກິດໃນໄລຍະກາງ ຄາດວ່າຈະແມ່ນການຂາຍສົ່ງ ແລະ ຂາຍຍ່ອຍ ການຂົນສົ່ງ ແລະ ການສື່ສານ.
ການເພີ່ມຂຶ້ນຂອງລາຄາອາຫານຍ້ອນພະຍາດ ແລະ ໄພພິບັດທາງທຳມະຊາດ ໄດ້ເຮັດໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ຖີບຕົວສູງຂຶ້ນເປັນ 5,1% ໃນປີ 2020 ອັດຕາເງິນເຟີ້ຈະຫຼຸດລົງຢູ່ທີ່່ 4,5% ໃນປີ 2021 ກ່ອນທີ່ຈະເພີ່ມຂຶ້ນທີ່ 5,0% ໃນປີ 2022 ຍ້ອນຄວາມກົດດັນຈາກລາຄາສິນຄ້ານຳເຂົ້າທີ່ໄດ້ຮັບຜົນກະທົບຈາກການຫຼຸດລົງຂອງຄ່າເງິນກີບ ແຕ່ໄດ້ຮັບການຊົດເຊີຍບາງສ່ວນຈາກການເພີ່ມຂຶ້ນຂອງການຜະລິດພາຍໃນປະເທດ.
ບັນດາຂໍ້ຫຍຸ້ງຍາກທີ່ມີຢູ່ໃນການລະດົມທຶນພາຍໃນປະເທດ ເຊິ່ງພົວພັນກັບສິ່ງທ້າທາຍດ້ານໂຄງສ້າງ ແລະ ທຳມາພິບານທີ່ອ່ອນແອ ກຳລັງທະວີຄວາມຮຸນແຮງຂຶ້ນກວ່າເກົ່າ ຈາກການແຜ່ລະບາດພະຍາດໂຄວິດ-19 ການຂາດດຸນງົບປະມານຂອງປະເທດ ຍັງມີທ່າອ່ຽງທີ່ສູງຢູ່ໃນໄລຍະເວລາອັນໃກ້ນີ້. ໂຄງສ້າງເສດຖະກິດມະຫາພາກຂອງ ສປປ ລາວ ຍັງມີຄວາມສ່ຽງສູງຢູ່ ເນື່ອງຈາກປະສົບບັນຫາຈາກຄວາມກົດດັນໃນການຊຳໜີ້ສິນທີ່ເພີ່ມຂຶ້ນ ແລະ ອັດຕາການກູ້ຢືມເພື່ອມາຊຳລະໜີ້ທີ່ມີທ່າອ່ຽງສູງຂຶ້ນ ຈຳເປັນຕ້ອງສ້າງພື້ນທີ່ໃຫ້ແກ່ງົບປະມານ ເພື່ອຮອງຮັບການຂະຫຍາຍຕົວຫຼາຍຂຶ້ນ ການປະຕິຮູບເພື່ອການຄຸ້ມຄອງ ແລະ ຄວາມໂປ່ງໃສດ້ານໜີ້ສາທາລະນະຫຼາຍຂຶ້ນ ແມ່ນມີຄວາມຈຳເປັນ.
ADB ມຸ່ງໝັ້ນເພື່ອການບັນລຸເປົ້າໝາຍໃຫ້ພາກພື້ນອາຊີ ແລະ ປາຊີຟິກມີຄວາມຈະເລີນຮຸ່ງເຮືອງ ທົ່ວເຖິງ ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມໆກັນກັບການຮັກສາຄວາມພະຍາຍາມຂອງຕົນ ທີ່ຈະລົບລ້າງຄວາມທຸກຍາກ ສ້າງຕັ້ງຂຶ້ນໃນປີ 1966 ADB ມີ 68 ສະມາຊິກທີ່ເປັນເຈົ້າຂອງ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.