ວັນທີ 29 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອຈາກພາກສ່ວນຕ່າງໆໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ລວມມູນຄ່າ 2,5 ລ້ານໂດລາສະຫະລັດ ແລະ 250 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກລັດຖະ ມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄະນະສະເພາະກິດ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ການມອບເງິນຊ່ວຍເຫຼືອຄັ້ງນີ້ ປະກອບມີ 3 ພາກສ່ວນ ຄື: ບໍລິສັດ ດອກງິ້ວຄຳ ມອບເງິນ ຈຳນວນ 2,5 ລ້ານໂດລາສະຫະລັດ ບໍລິສັດ PS ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດ ມອບເງິນຈຳນວນ 150 ລ້ານກີບ ແລະ ບໍລິສັດ ນິວຈິບເຊັງ ມອບເງິນຈຳນວນ 100 ລ້ານກີບ.
ໂອກາດນີ້ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາບໍລິສັດທີ່ໄດ້ປະກອບສ່ວນທຶນຮອນຕາມຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຊຶ່ງການປະກອບສ່ວນດັ່ງກ່າວ ໄດ້ສະແດງເຖິງຄວາມເສຍສະຫຼະ ຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນໍາໃຊ້ເງິນດັ່ງກ່າວໃຫ້ຖືກກັບຈຸດປະສົງ-ເປົ້າໝາຍ ແລະ ເກີດປະໂຫຍດ ງສຸດ. ນອກນັ້ນ ທ່ານຮອງນາຍົກ ລັດຖະມົນຕີຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ກໍຄືພາຍໃນ ສປປ ລາວ ລວມທັງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຕະຫຼອດຮອດຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງທຸກພາກສ່ວນໃນສັງຄົມ ໃນການແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19ໂດຍສະເພາະ ການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງລັດຖະບານ ກໍຄືຄະນະສະເພາະກິດ ແລະ ອົງການປົກຄອງຂັ້ນຕ່າງໆວາງອອກ.

ໃນໂອກາດນີ້ ທ່ານຮອງນາຍົກ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນຮ່ວມກັບລັດຖະບານ ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງຄອບຄົວ ຊຸມຊົນ ແລະ ການຈັດຕັ້ງໃນຂັ້ນຂອງຕົນ ເພື່ອສາມາດຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ ແນໃສ່ປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູງສຸດ “ບໍ່ໃຫ້ມີຜູ້ເສຍຊີວິດ” ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຄັ້ງນີ້ ໃຫ້ປາກົດຜົນເປັນຈິງ.
- ຂ່າວ – ພາບ : ຂັນທະວີ