ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ ຕາມການລາຍງານຂອງທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວ ນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນ ໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະ ໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍ ກໍຄືການຊີ້ນຳ-ຕິດຕາມຂອງການນໍາຂັ້ນເທິງແຕ່ລະຂັ້ນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນ ຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງ ແມ່ນບໍ່ພົບເຊື້ອ ອາການຂອງຜູ້ກ່ຽວກໍປົກກະຕິ ບໍ່ມີໄຂ້ ໄອ ຈາມ ບໍ່ເມື່ອຍ ບໍ່ຫາຍໃຈຜືດ ກິນ-ດື່ມໄດ້ດີ ມີແນວຄິດທຸ່ນທ່ຽງ ປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ ສ່ວນຜູ້ທີ່ໄກ້ຊິດກັບທ້າວ ນຽມ ແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະ ໄດ້ກັບເມືອກັກໂຕຢູ່ເຮືອນຂອງຕົນເອງຕາມລະບຽບການຕື່ມອີກ.

ສໍາລັບແພດທີ່ເຂົ້າປິ່ນປົວທ້າວ ນຽມ ແມ່ນຈະໄດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ ຈຶ່ງຈະໄດ້ກັບໄປຢູ່ນໍາຄອບຄົວ ໂອກາດນີ້ ທ້າວ ນຽມ ໄດ້ກ່າວຄວາມຂອບໃຈຢ່າງສູງ ທີ່ອຳນາດການປົກຄອງແຕ່ລະຂັ້ນ ກໍຄືທິມງານແພດໝໍ ທີ່ເອົາໃຈໃສ່ສຸມທຸກເຫື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ ແລະ ໄດ້ກັບອອກໄປດຳລົງຊີວິດຢູ່ນຳຄອບຄົວ ແລະ ຝາກເຖິງພໍ່ແມ່ພີ່ນ້ອງທຸກຄົນ ບໍ່ວ່າຈະຢູ່ພາຍໃນປະເທດ ກໍຄືຜູ້ທີ່ເຮັດວຽກຢູ່ປະເທດເພື່ອນບ້ານ ຈົ່ງໄດ້ເພີ່ມທະວີຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ.

ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນຕອນບ່າຍວັນທີ 29 ເມສາ 2021 ທີ່ໂຮງໝໍແຂວງສາລະວັນ ໂດຍມີິທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ-ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

.
ຂ່າວ – ພາບ : ຊິລິການດາ