ບໍລິສັດຫົວເຫວີຍ ປະກາດຜົນການດຳເນີນທຸລະກິດສຳລັບໄຕມາດທຳອິດຂອງປີ 2021 ວັນທີ 28 ເມສາຜ່ານມາ ຢູ່ເມືອງເຊີນເຈີ້ນ ສປ ຈີນ ເຊິ່ງເປັນໄປຕາມການຄາດຄະເນ ໃນໄຕມາດທີ 1 ນີ້ ຫົວເຫວີຍສ້າງລາຍໄດ້ 152,2 ຕື້ຢວນ ຫຼຸດລົງ 16,5% ທຽບໃສ່ປີຜ່ານມາ ທຸລະກິດເຄືອຂ່າຍຍັງຄົງເຕີບໂຕຢ່າງຕໍ່ເນື່ອງ ຂະນະທີ່ລາຍໄດ້ຈາກທຸລະກິດຜູ້ບໍລິໂພກຫຼຸດລົງ ສ່ວນໜຶ່ງແມ່ນຜົນມາຈາກການຂາຍຜະລິດຕະພັນອັດສະລິຍະຂອງ Honor ໃນເດືອນພະຈິກປີ 2020 ອັດຕາກຳໄລສຸດທິຂອງຫົວເຫວີຍໄດ້ເພີ່ມຂຶ້ນ 3,8% ທຽບໃສ່ປີຜ່ານມາ ທີ່ 11,1% ເຊິ່ງເປັນຜົນມາຈາກຄວາມພະຍາຍາມຢ່າງຕໍ່ເນື່ອງຂອງບໍລິສັດ ໃນການປັບປຸງຄຸນນະພາບການດຳເນີນງານ ແລະ ການບໍລິຫານຄຸ້ມຄອງ ພ້ອມທັງລາຍໄດ້ຈາກຄ່າຄຸ້ມຄອງຊັບສິນທາງປັນຍາສິດທິບັດ 600 ລ້ານໂດລາສະຫະລັດ.

ທ່ານ Eric Xu ປະທານໝູນວຽນຂອງບໍລິສັດຫົວເຫວີຍ ກ່າວວ່າ: ປີ 2021 ຈະເປັນອີກປີທີ່ທ້າທາຍສຳລັບພວກເຮົາ ແຕ່ເປັນປີທີ່ຍຸດທະສາດການພັດທະນາໃນອະນາຄົດຈະເລີ່ມເປັນຮູບເປັນຮ່າງ ພວກເຮົາຂໍຂອບໃຈລູກຄ້າ ແລະ ຄູ່ຮ່ວມງານທີ່ໃຫ້ຄວາມໄວ້ວາງໃຈຢ່າງຕໍ່ເນື່ອງ ບໍ່ວ່າຈະພົບກັບຄວາມທ້າທາຍໃດກໍຕາມ ພວກເຮົາຈະສືບຕໍ່ຮັກສາຄວາມໝັ້ນຄົງທາງທຸລະກິດຂອງພວກເຮົາ ບໍ່ພຽງແຕ່ຍ້ອນຄວາມຢູ່ລອດ ແຕ່ພວກເຮົາໃຫ້ຄວາມສໍາຄັນ ແລະ ມຸ່ງເນັ້ນໄປທີ່ຄວາມຕ້ອງການຂອງລູກຄ້າ ແລະ ສືບຕໍ່ສົ່ງມອບຄຸນຄ່າທີ່ສາມາດໃຊ້ງານໄດ້ຢ່າງແທ້ຈິງ ຫົວເຫວີຍກຳລັງຂັບເຄື່ອນຄວາມພະຍາຍາມໃນການປົດປ່ອຍຄຸນຄ່າ 5G ຢ່າງເຕັມຮູບແບບ ຊ່ວຍໃຫ້ບັນດາຜູ້ໃຫ້ບໍລິການທົ່ວໂລກເປີດນໍາໃຊ້ເຄືອຂ່າຍ 5G ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ອຸດສາຫະກຳໃນຂະນະດຽວກັນ ກໍເພີ່ມປະສິດທິຜົນການຈັດສົ່ງດ້ວຍຕົວຂອງມັນເອງ ແລະ ສືບຕໍ່ປັບປຸງຄວາມສາມາດດ້ານວິສະວະກຳຊອບແວ ແລະ ເພີ່ມການລົງທຶນໃນຂະແໜງຊອບແວ ເພື່ອເພີ່ມອັດຕາສ່ວນຂອງຊອບແວ ແລະ ການບໍລິການໃນໄລຍະຜ່ານມາ ພວກເຮົາຍຶດໝັ້ນໃນການສ້າງນະວັດຕະກຳດ້ານເຕັກໂນໂລຊີ ແລະ ລົງທຶນຢ່າງຫຼວງຫຼາຍໃນການຄົ້ນຄວ້າ ວິໄຈ ແລະ ພັດທະນາ ພວກເຮົາຕັ້ງໃຈເຮັດວຽກຢ່າງຕໍ່ເນື່ອງ ເພື່ອແກ້ໄຂຈັດການກັບສິ່ງທ້າທາຍຕ່າງໆທີ່ເກີດຈາກຂໍ້ຈຳກັດໃນທ້ອງຕະຫຼາດ ພວກເຮົາຈະສືບຕໍ່ສ້າງບາດກ້າວບຸກທະລຸໃນຂະແໜງວິທະຍາສາດ ແລະ ຊຸກຍູ້ການນຳໜ້າຂອງເຕັກໂນໂລຊີ.

ຂໍ້ມູນທາງການເງິນທີ່ເປີດເຜີຍຢູ່ນີ້ ແມ່ນຕົວເລກທີ່ຍັງບໍ່ໄດ້ຮັບການກວດສອບໃຫ້ສອດຄ່ອງກັບມາດ ຕະຖານການລາຍງານການເງິນສາກົນ ອັດຕາແລກປ່ຽນໃນທ້າຍເດືອນມີນາ 2021: 1 ໂດລາສະຫະລັດ=CNY 6.5670 (ແຫຼ່ງຂໍ້ມູນ: ໜ່ວຍງານພາຍນອກ).
- ຂ່າວ – ພາບ: ສະບາໄພ