ບັນດາບ້ານໃນນະຄອນຫຼວງພະບາງ ປະຕິບັດແຈ້ງການປິດບ້ານຢ່າງເຄັ່ງຄັດ

    ບັນດາບ້ານໃນເທສະບານນະຄອນຫຼວງພະບາງ ປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງຫຼວງພະບາງ ແລະ ເຈົ້ານະຄອນຫຼວງພະບາງ ວ່າດ້ວຍການປະຕິບັດມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດພະບາດໂຄວິດ-19 ໂດຍໄດ້ຕັ້ງຈຸດກວດກາຄົນເຂົ້າ-ອອກບ້ານ ຈຳກັດການເດີນທາງຂອງປະຊາຊົນພາຍໃນບ້ານ ກວດກາຄົນມາພັກເຊົາ ແລະ ອື່ນໆ.

    ທ່ານ ພັນຕີ ສອນວິໄລ ໂຊກສຳພັນ ຫົວໜ້າຈຸດກວດກາຄົນເຂົ້າ-ອອກເມືອງ ເຂດສະຖານີວິທະຍຸກະຈາາຍສຽງແຂວງຫຼວງພະບາງ ໃຫ້ສຳພາດວັນທີ 27 ເມສາ 2021 ວ່າ: ສະເພາະຈຸດສະຖານີ ຫຼັກ 4 ໄດ້ເລີ່ມລົງມືປະຕິບັດໜ້າທີ່ແຕ່ວັນທີ 23 ເມສາ ເປັນຕົ້ນມາ ໃນນີ້ ໄດ້ກວດກາຄົນເຂົ້າ-ອອກ ວັດແທກອຸນຫະພູມ ກວດເອກະສານລົດ ແລະ ອື່ນໆ ຜ່ານການປະຕິບັດ ເຫັນວ່າປະຊາຊົນຍັງບໍ່ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ແຈ້ງການທີ່ກ່ຽວຂ້ອງໄດ້ດີເທົ່າທີ່ຄວນ ສະແດງອອກຍັງມີການເຂົ້າ-ອອກຈຳນວນຫຼາຍ ແລະ ບາງຄົນຍັງບໍ່ໃສ່ຜ້າອັດປາກ-ດັງ ຈຶ່ງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ພ້ອມກັນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດ ເພື່ອບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ.

    ປັດຈຸບັນ ແຂວງຫຼວງພະບາງມີຈຳນວນຜູ້ຕິດເຊື້ອບໍ່ຫຼາຍ ແຕ່ມີຄວາມສ່ຽງສູງທີ່ຈະເກີດມີການແຜ່ລະ ບາດໃນຊຸມຊົນ ຄະນະສະເພາະກິດຂັ້ນແຂວງ ເມືອງ ແລະ ນະຄອນຫຼວງພະບາງ ໄດ້ສຸມໃສ່ການປະຕິບັດມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແນໃສ່ບໍ່ໃຫ້ມີການແຜ່ລະບາດອອກເປັນວົງກວ້າງ ເຊິ່ງອາດຈະເຮັດໃຫ້ມີການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂ ໄດ້ຍາກ.

  • ຂ່າວ – ພາບ: ສະບາໄພ
error: Content is protected !!