ຫາດຊາຍຟອງ ຈັດຕັ້ງກຳລັງຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມ

    ທະຫານຊາຍແດນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ສຸມທຸກກຳລັງເຂົ້າໃນການປ້ອງກັນເວນຍາມຕະຫຼອດ 24 ຊົ່ວ ໂມງ ເພື່ອສະກັດກັ້ນການລັກລອບເອົາຄົນເຂົ້າເມືອງຜິດກົດໝາຍ ໃນນັ້ນ ໄດ້ຈັດຕັ້ງກຳລັງເຄື່ອນໄຫວແຕ່ລະຈຸດເຂດຊາຍແດນທາງນ້ຳ ແລະ ທາງບົກ ຢ່າງເຂັ້ມງວດ ສາມາດເຮັດໃຫ້ສະພາບການໃນຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ.

    ທ່ານ ພັນຕີ ສຸດທິລາດ ແກ້ວປັນຍາ ຫົວໜ້າການເມືອງກອງຮ້ອຍ ທະຫານຊາຍແດນ 243 ເມືອງຫາດຊາຍຟອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກອງຮ້ອຍທະຫານຊາຍແດນພວກເຮົາ ໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການລາດຕະເວນເຂດຊາຍແດນທາງນ້ຳທີ່ຕິດຈອດກັບປະເທດໄທ ໂດຍການຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫຼວງ ກໍຄືກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ໃຫ້ຈັດຕັ້ງກຳລັງເພີ່ມທະວີສະກັດກັ້ນການລັກລອບຄົນເຂົ້າເມືອງແບບຜິດກົດໝາຍ ເຊິ່ງໃນໄລຍະຜ່ານມາ ໄດ້ສຸມທຸກກຳລັງພະນັກງານ-ນັກຮົບ ປະຕິບັດໜ້າທີ່ທັງເວັນທັງຄືນ ປະຕິບັດໜ້າທີ່ໃນການລາດຕະເວນໃນຂອບເຂດຮັບຜິດຊອບ ບົນພື້ນຖານແມ່ນມີຄວາມສະຫງົບປອດໄພໂດຍພື້ນຖານ ແຕ່ເຖີງຢ່າງ ໃດກໍຕາມ ກໍຍັງມີເຮືອຊາວປະມົງຈໍານວນໜຶ່ງຝ່າຝືນມາດຕະການທີ່ຂັ້ນເທິງວາງອອກ ໃຫ້ຢຸດຕິການເດີນເຮືອ ແຕ່ພວກເຮົາກໍສາມາດສະກັດກັ້ນໄວ້ໄດ້ ແລະ ສຶກສາອົບຮົມ ກັກເຮືອຈໍານວດັ່ງກ່າວນັ້ນໄວ້ ພ້ອມດຽວກັນນັ້ນພວກເຮົາຍັງສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ແນໃສ່ສະກັດກັ້ນ ແລະ ຕອບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ຈາກພາຍນອກມາສູ່ປະເທດຂອງພວກເຮົາ.

ຂ່າວ – ພາບ : ໄຊບັນດິດ

error: Content is protected !!