ວັນທີ 29 ເມສາ 2021 ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ນໍາເຄື່ອງຊ່ວຍເຫຼືອໄປມອບໃຫ້ໂຮງໝໍເສດຖາທິລາດ ລວມມູນຄ່າ 81.369.600 ກີບ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ກ່າວມອບເຄື່ອງຄັ້ງນີ້ ໂດຍທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທໍາ-ສັງຄົມ ກ່າວຮັບໂດຍທ່ານ ດຣ. ໄພວັນ ແກ້ວປະເສີດ ອໍານວຍການໂຮງໝໍເສດຖາທິລາດ ມີບັນດາຄະນະນໍາທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ມາຈາກບັນດາບໍລິສັດຫ້າງຮ້ານຜູ້ປະກອບການທີ່ນໍາມາມອບໃຫ້ສະພາແຫ່ງຊາດ ພ້ອມນີ້ ໃນວັນທີ 28 ເມສາຜ່ານມາ ຄະນະດັ່ງກ່າວຍັງໄດ້ມອບເຄື່ອງຊ່ວຍເຫລືອ ເຊັ່ນ: ຢາ ນໍ້າດື່ມ ກາເຟ ໂອວັນຕິນ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ ໄປມອບໃຫ້ແກ່ຄະນະອໍານວຍການໂຮງໝໍມິດຕະພາບ 150 ຕຽງ ລວມມູນຄ່າ 81.369.600 ກີບ.

ໃນຕອນບ່າຍຂອງວັນດຽວກັນ ຄະນະດັ່ງກ່າວ ນໍາໂດຍທ່ານນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ແລະ ທ່ານນາງ ມະນີວັນ ເຍຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ພ້ອມດ້ວຍຄະນະ ກໍໄດ້ນໍາເຄື່ອງຊ່ວຍເຫຼືອໄປມອບໃຫ້ສູນກັກກັນຫລັກ 27 ລວມມູນຄ່າ 99.869.600 ກີບເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວຕື່ມອີກ.
.
ຂ່າວ – ພາບ : ລັດເວລາ