ວັນທີ 29 ເມສາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ກວດກາຄວາມພ້ອມການກະກຽມໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ -19 ທີ່ສູນກັກກັນຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ການລົງເຄື່ອນໄຫວຄັ້ງນີ້ ໄດ້ກວດກາ ແລະ ລົງຕິດຕາມສະຖານທີ່ຕົວຈິງຂອງການກະກຽມຄວາມພ້ອມຮອບດ້ານ ສ້າງໂຮງໝໍພາກສະໜາມຢູ່ສູນກັກກັນຫຼັກ 27 ເມືອງໄຊທານີີ ເພື່ອເປັນອີກສະຖານທີ່ໜຶ່ງໄວ້ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງໄດ້ກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍ ການຈັດສັນຫ້ອງພັກເຊົາໃຫ້ຜູ້ຕິດເຊື້ອໂຄວິດ-19 ການຈັດສັນລະບົບລະບາຍນໍ້າ ລະບົບຄວາມປອດໄພ ຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.

ນອກນີ້ ຍັງໄດ້ລົງກວດກາສະຖານທີ່ເພີ່ມເຕີມອ້ອມຮອບສູນກັກກັນຫຼັກ 27 ເພື່ອໄວ້ເປັນບ່ອນກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ.

- ຂ່າວ – ພາບ : ຂັນທະວີ