ວັນທີ 14 ເມສາ 2020 ທ່ານ ຈິລະສັກ ທິບບຳລຸງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດ ຝ່າຍບໍ່ແຮ່ ໄດ້ເປັນຕົວແທນຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ມອບເຄື່ອງຊ່ວຍຫາຍໃຈ (Ventilators) ຈຳນວນ 1 ເຄື່ອງ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ (Personal Protective Equipment – PPE) ໃຫ້ກັບໂຮງໝໍເມືອງຫົງສາ ແລະ ຮັບໃຊ້ຄົນເຈັບ 4 ເມືອງເໜືອ ເຊັ່ນ: ເມືອງຄອບ ເມືອງຊຽງຮ່ອນ ເມືອງເງິນ ແລະ ເມືອງຫົງສາ ເປັນເງິນມູນຄ່າ 1.000.000 ບາດ ຫຼື ປະມານ 272 ລ້ານກີບ.

ພິທີມອບ-ຮັບ ຈັດຂຶ້ນວັນທີ 14 ເມສາ 2020 ທີ່ໂຮງໝໍເມືອງຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ກ່າວຮັບ ແລະ ມອບຕໍ່ບັນດາຫ້ອງການສາທາລະນະສຸກຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບເຄື່ອງຊ່ວຍຫາຍໃຈ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ (PPE) ດັ່ງກ່າວນີ້ ມີວັດຖຸປະສົງເພື່ອໃຫ້ບຸກຄະລາກອນທາງການແພດ ໄດ້ໃຊ້ສຳລັບການເບິ່ງແຍງຮັກສາຄົນເຈັບ ແລະ ເພື່ອເປັນການກຽມຄວາມພ້ອມດ້ານອຸປະກອນທາງການແພດ ທີ່ຈຳເປັນຕໍ່ການຮັກສາຄົນເຈັບ ໃນໄລຍະຂອງສະຖານະການການແຜ່ລະບາດ ຂອງເຊື້ອໄວຣັສ COVOD-19 ທີ່ອາດຈະເກີດຂຶ້ນໄດ້.