ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວປະຈຳວັນທີ 29 ເມສາ 2021 ວ່າ: ທົ່ວປະເທດກວດພົບຜູ້ຕິດເຊື້ອ COVID-19 ໃໝ່ເພີ່ມອີກ 68 ຄົນ ໃນນີ້ ມີ 34 ຄົນ ແມ່ນໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ59.

ວັນທີ 28 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.817 ຄົນ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 68 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 34 ຄົນ ຈໍາປາສັກ 11 ຄົນ ບໍ່ແກ້ວ 10 ຄົນ ຫຼວງພະບາງ 8 ຄົນ ຫຼວງນ້ຳທາ 2 ຄົນ ວຽງຈັນ 1 ຄົນ ອຸດົມໄຊ 1 ຄົນ ແລະ ຜົ້ງສາລີ 1 ຄົນ.

ມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ ບໍ່ມີຜູ້ເສຍຊີວີດ ປິ່ນປົວຫາຍດີ 50 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 622 ຄົນ ລາຍລະອຽດດັ່ງນີ້:ຢູ່ນະຄອນຫຼວງວຽງຈັນ 439 ຄົນ (ໃໝ່ 34) ແຂວງຈຳປາສັກ 92 ຄົນ (ໃໝ່ 11) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ສະຫວັນນະເຂດ 22 ຄົນ ບໍ່ແກ້ວ 24 ຄົນ (ໃໝ່ 10) ສາລະວັນ 6 ຄົນ ອຸດົມໄຊ 3 ຄົນ (ໃໝ່ 1) ຫຼວງນ້ຳທາ 6 ຄົນ (ໃໝ່ 2) ວຽງຈັນ 8 ຄົນ (ໃໝ່ 1) (ຄົນເຈັບຂອງແຂວງວຽງຈັນ 1 ຄົນມາປີ່ນປົວໃນນະຄອນຫຼວງວຽງຈັນ ຜົ້ງສາລີ 3 ຄົນ (ໃໝ່ 1) ຫຼວງພະບາງ 14 ຄົນ (ໃໝ່ 8) ໄຊຍະບູລີ 1 ຄົນ ບໍລິຄຳໄຊ 2 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ຄົນເຈັບທຸກຄົນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບຸນປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບຜູ້ຕິດເຊື້ອໃໝ່ 68 ຄົນ (ກໍລະນີຢັ້ງຢືນທີ 605-672) ຄົນເຈັບກໍລະນີໃໝ່ທີ່ພົບໃນແຂວງຫຼວງພະບາງ 8 ຄົນ ແມ່ນມີປະຫວັດສຳຜັດກັບກໍລະນີທີ 108 ແລະ 111 ທີ່ເດີນທາງໄປທ່ຽວຈາກນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ ບໍ່ແກ້ວ ຫຼວງນ້ຳທາ ຜົ້ງສາລີ ອຸດົມໄຊ ແລະ ແຂວງວຽງຈັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າຄືກັນ.

ສ່ວນ 34 ຄົນ ທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.
ຂ່າວ – ພາບ : ຊິລິການດາ