ຮອງເຈົ້າຄອງກວດກາໂຮງແຮມດອນຈັນ ກຳນົດເປັນສະຖານທີ່ຮອງຮັບກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19

    ວັນທີ 29 ເມສາ 2021 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ຊັ້ນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງກວດກາສະຖານທີ່ ຢູ່ໂຮງແຮມດອນຈັນ ພາເລດ ເພື່ອເບິ່ງຄວາມພ້ອມຮອບດ້ານໃນການກະກຽມບ່ອນຮອງຮັບຜູ້ທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ເຊິ່ງຕາມການສຳຫຼວດເບື້ອງຕົ້ນ ແມ່ນມີທັງໝົດ 80 ຫ້ອງ ຖ້າຫາກມີການຂະຫຍາຍຕົວສູ່ວົງກວ້າງ ມີຄວາມຕ້ອງການຫ້ອງເພີ່ມ ກໍສາມາດເພີ່ມໄດ້.

  • ຂ່າວ – ພາບ : ຂັນທະວີ
error: Content is protected !!