ໃນວັນທີ 29 ເມສາ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ນໍາໂດຍທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດວ້ຍຄະນະນໍາກະຊວງ ແລະ ພະນັກງານບໍານານ ແລະ ກົມກອງອ້ອມຂ້າງ ພະນັກງານ ຄອບຄົວ ພາຍໃນກະຊວງ ດວ້ຍຄວາມສະໝັກໃຈເຂົ້າຮ່ວມສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 447 ຄົນ.

ໃນການສັກວັກຊິນຄັ້ງນີ້ ແມ່ນນໍາໃຊ້ວັກຊິນຊີໂນຟາມ (Sinopharm) ໃນການສັກວັກຊິນດັ່ງກ່າວເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນການສັກຄັ້ງທໍາອິດເຂັມທີໜຶ່ງ ສ່ວນຄັ້ງທີສອງແມ່ນມີໄລຍະຫ່າງຈາກເຂັມທໍາອິດເປັນເວລາ 21 ວັນ ຫຼື ຊ້າສຸດບໍ່ໃຫ້ເກີນໜຶ່ງເດືອນ ການສັກວັກຊິນດັ່ງກ່າວເພື່ອຊ່ວຍກະຕຸ້ນພູມຕ້ານທານ ຫຼີກເວັ້ນຄວາມສ່ຽງໃນການຕິດພະຍາດໃຫ້ໜ້ອຍລົງ.

ໂອກາດດັ່ງກ່າວ ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍພະນັກງານ ທີມງານແພດໝໍຈາກທີ່ກ່ຽວຂ້ອງ ທີ່ມີຄວາມຫ້າວຫັນຮັບໃຊ້ປະຊາຊົນຢ່າງແທ້ຈິງ ພ້ອມນີ້ ຍັງໄດ້ກ່າວຕື່ມອີກວ່າ:ເຖິງຢ່າງໃດກໍດີໃນສະພາບທີ່ຜູ້ຕິດເຊື້ອເພີ່ມຂຶ້ນແຕ່ລະມື້ ພະນັກງານລັດຖະກອນພວກເຮົາຕ້ອງພ້ອມກັນປະຕິບັດມາດຕະການຕ້ານ ແລະ ປ້ອງກັນທີ່ຄະນະສະເພາະວາງອອກຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດຄຳສັ່ງ ເລກທີ 15/ນຍ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັບການສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກເຮືອນ ລ້າງມືດ້ວຍສະບູ ນໍ້າສະອາດ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ ເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອນ 1 ແມັດຂຶ້ນໄປ ແລະ ຫຼີກລ່ຽງການໄປສະຖານທີ່ແອອັດ ເຮົາກໍຈະຫ່າງໄກຈາກເຊື້ອພະຍາດ ແລະ ຢຸດການແພ່ເຊື້ອໄດ້ຢ່າງແນ່ນອນ.
- ຂ່າວ – ພາບ : ເພັດສະໝອນ