ພາກທຸລະກິດສະເໜີໃຫ້ລັດຖະບານມີນະໂຍບາຍຫຼຸດຜ່ອນການຈ່າຍ ຫຼືເລື່ອນຊໍາລະເງິນກູ້ທະນາຄານ ໄລຍະໂຄວິດ-19

    ວັນທີ 28 ເມສາ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມທາງໄກ ເພື່ອປຶກສາຫາລື ກະກຽມແກ້ໄຂຜົນກະທົບການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ ຂອງຄະນະສະເພາະກິດດ້ານເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ຄະນະສະເພາະກິດດ້ານເສດຖະກິດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບຜົນກະທົບລວມ ທີ່ສື່ມວນຊົນໄດ້ລົງຕິດຕາມຢູ່ເຂດຕ່າງໆ ແລະຈາກຫາງສຽງຂອງສັງຄົມ ໃຫ້ຮູ້ວ່າ: ສະພາບຊື້ຂາຍໂດຍທົ່ວໄປມີຄວາມງຽບເຫງົາ ເນື່ອງຈາກບັນດາຮ້ານຈໍານວນໜຶ່ງປິດຕາມແຈ້ງການ ແລະ ຄໍາສັ່ງ ເຂົາເຈົ້າຕື່ນຕົວ (ປ້ອງກັນ/ຢ້ານ) ຕະຫຼາດໃຫຍ່ ຕະຫຼາດສົດ ການລົງຕະຫລາດບໍ່ຫຼາຍປານໃດ ໃນຕະຫຼາດກໍມີຈຸດລ້າງມື ສອງສາມວັນ ມານີ້ ປະຊາຊົນປ່ຽນພຶດຕິກໍາຢູ່ເຮືອນຫຼາຍ ສັງເກດຖະໜົນ ລົດແລ່ນບໍ່ໜາແໜ້ນ ສ່ວນໜຶ່ງມີການສະສົມອາຫານໄວ້ແລ້ວຈໍານວນໜຶ່ງ ອອກຕະຫຼາດແຕ່ເຊົ້າ ເພື່ອຫຼີກເວັ້ນການແອອັດ. ສຳລັບລາຄາສິນຄ້າໄລຍະນີ້ ຍັງຢູ່ໃນເກນປົກກະຕິ ເຖິງວ່າແພງຂຶ້ນຢູ່ບາງບ່ອນແຕ່ບໍ່ຫຼາຍ ສິນຄ້າຈໍາເປັນບໍ່ທັນຂາດຕະຫຼາດ. ສຳລັບຜົນກະທົບໃນດ້ານການທ່ອງທ່ຽວ ແມ່ນມີການລະງັບການ ເດີນທາງເຂົ້າ-ອອກ ຂອງນັກທ່ອງທ່ຽວເລີ່ມແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ ມາດຕະການປີດດ່ານສາກົນ ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ການປິດບໍລິການສະຖານທີ່ທ່ອງທ່ຽວ ສະຖານທີ່ພັກແຮມ ຮ້ານອາຫານ ແລະ ອື່ນໆແຕ່ລະໄລຍະ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍບໍລິການການທ່ອງທ່ຽວທັງໝົດ ຫົວໜ່ວຍທຸລະກິດ ການທ່ອງທ່ຽວທີ່ໄດ້ຮັບຜົນກະທົບທັງໝົດ ມີໂຮງແຮມຈໍານວນ 637 ແຫ່ງ ຣີສອດ ແລະ ເຮືອນພັກ 2.283 ແຫ່ງ ບໍລິສັດທ່ອງທ່ຽວ 539 ບໍລິສັດ ຕົວແທນບໍລິສັດທ່ອງທ່ຽວ ຈໍານວນ 36 ແຫ່ງ ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ ພະນັກງານນໍາທ່ຽວ 2.000 ກວ່າຄົນ ແລະ ເຄືອຂ່າຍບໍລິການການທ່ອງທ່ຽວອື່ນໆ.

    ພ້ອມນີ້ ທ່ານ ສະຫວັນຄອນ ຣາຊມຸນຕີ ຍັງໄດ້ລາຍງານໃຫ້ຮູ້ເຖິງຂໍ້ສະເໜີຂອງພາກທຸລະກິດວ່າ: ໂດຍລວ ມຄຳຄິດຄໍາເຫັນ ແລະ ຂໍ້ສະເໜີຂອງພາກທຸລະກິດຍັງແມ່ນຄໍາສະເໜີເກົ່າ ທີ່ຍັງລໍຄອຍການພິຈາລະນາແກ້ໄຂຊ່ວຍເຫຼືອຈາກລັດຖະບານ ຊຶ່ງມີດັ່ງ ນີ້: ຂໍໃຫ້ລັດຖະບານມີນະໂຍບາຍພິເສດ ຫຼຸດຜ່ອນການຈ່າຍ ຫຼື ເລື່ອນການຊໍາລະເງິນກູ້ຂອງທະນາຄານ ຫຼຸດຜ່ອນການຈ່າຍອາກອນລາຍໄດ້ໃຫ້ຫົວໜ່ວຍທຸລະກິດຕິດພັນກັບການທ່ອງທ່ຽວ ລວມທັງຄ່າໄຟຟ້າ ແລະ ນໍ້າປະປາ ທັງນີ້ເພື່ອເຮັດໃຫ້ລາຄາລາຍການທ່ອງທ່ຽວຕໍ່າລົງ ຈຶ່ງຈະສາມາດຄໍ້າຈູນທຸລະກິດໃຫ້ຢູ່ລອດ ສະໜອງສິນເຊື່ອໃຫ້ແກ່ຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວ ໂດຍສະເພາະແມ່ນຜູ້ທີ່ເຮັດແທ້ທໍາຈິງ ແລະ ມີຜົນງານຕໍ່ສັງຄົມຜ່ານມາ ເພື່ອໃຫ້ທຸລະກິດສາມາດຜ່ານຜ່າວິກິດການໃນຄັ້ງນີ້ ສະເໜີໃຫ້ພາກລັດຊ່ວຍສົ່ງເສີມ ແລະ ຊຸກຍູ້ຜູ້ປະກອບການທຸລະກິດ ພັດທະນາສະຖານທີ່ທ່ອງທ່ຽວໃຫ້ເຂັ້ມແຂງຂຶ້ນ ໂດຍສະເໜີໃຫ້ປັບພັນທະມອບເໝົາ ຫຼຸດຄ່າສໍາປະທານລົງ ຫຼືຍົກເວັ້ນຄ່າສໍາປະທານໃນໄລຍະນີ້ ເພື່ອໃຫ້ບໍລິສັດມີທຶນຮອນພັດທະນາໄດ້ຢ່າງເຕັມທີ່.

.​

  • ຂ່າວ – ພາບ : ໄຊບັນດິດ
error: Content is protected !!