ເພື່ອເປັນການຊ່ວຍເຫຼືອ ແລະ ປ້ອງກັນ ຄວບຄຸມ ຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ວັນທີ 28 ເມສາ 2021 ອົງການພຸດທະສາສະໜາສໍາພັນນະຄອນຫລວງວຽງຈັນ (ອພສ ນວ) ຮ່ວມກັບ ອພສ ເມືອງໄຊທານີ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ເມືອງໄຊທານີ ເຊິ່ງກ່າວມອບໂດຍ ພະຍອດຄໍາ ບຸນສອນ ພັນທະວົງ ເຈົ້າຄະນະ ອພສ ນວ ແລະ ກ່າວຮັບໂດຍ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ຫົວໜ້າສະເພາະກິດເພື່ອປ້ອງກັນ ຄວບຄຸມ ຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ຂັ້ນເມືອງໄຊທານີ ມີພະອາຈານ ຄໍາສຸກ ທອງຈໍາປາ ຄະນະ ອພສ ນວ ທີ່ປືກສາ ອພສ ເມືອງໄຊທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ມອບໃນຄັ້ງນີ້ ປະກອບມີ:ປະເພດເຄື່ອງນອນ ເຄື່ອງໃຊ້ໃນຄົວເຮືອນ ເຄື່ອງຮັບໃຊ້ປ້ອງກັນພະຍາດໂຄວິດ-19 ເຊັ່ນ: ຜ້າອັດປາກ-ດັງ ນໍ້າຢາຂ້າເຊື້ອ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ລວມມູນຄ່າທັງໝົດ 19.465.000 ກີບ.


- ຂ່າວ – ພາບ : ລັດເວລາ