ວັນທີ 28 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອຈາກພາກສ່ວນຕ່າງໆ ໃຫ້ ແກ່ລັດຖະບານແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,25 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນພິທີຄັ້ງນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມີຄະນະສະເພາະກິດ ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 5 ພາກສ່ວນ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບເງິນຈຳ ນວນ 500 ລ້ານກີບ ສະມາຄົມຈີນ-ວຽງຈັນ ຊຸດທີ 21 ມອບເງິນຈຳນວນ 300 ລ້ານກີບ ມູນນິທິຈີນ-ວຽງຈັນ ມອບເງິນຈຳນວນ 200 ລ້ານ ກີບ ໂຮງຮຽນ ມສ ລຽວໂຕວ໌ ມອບເງິນຈຳນວນ 200 ລ້ານກີບ ສະຖາບັນປົກປ້ອງເງິນຝາກ ມອບເງິນຈຳນວນ 50 ລ້ານກີບ.

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາພາກສ່ວນທີ່ໄດ້ມອບ ເງິນຊ່ວຍເຫຼືອລັດຖະບານ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້ ພ້ອມທັງສັນຍາວ່າ ຈະນໍາໃຊ້ເງິນທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ນອກນັ້ນ ທ່ານຮອງນາຍົກຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ແລະ ພາຍໃນ ສປປ ລາວ ລວມທັງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ຕະຫຼອດຮອດຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງທຸກພາກສ່ວນ ໃນສັງຄົມ ໃນການແກ້ໄຂບັນ ຫາການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ການກຳນົດ ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆຂອງລັດຖະບານ ຄະນະສະເພາະກິດ ແລະ ອົງການປົກຄອງຂັ້ນຕ່າງໆ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນຮ່ວມກັບລັດຖະບານ ໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງຄອບຄົວ ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປະກອບສ່ວນເຮັດໃຫ້ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ ໄດ້ໂດຍໄວ.

- ຂ່າວ – ພາບ : ກົມປະຊາສຳພັນ ຫສນຍ.