ຄະນະສະເພາະກິດ ຫາລືວຽກງານຕ້ານໂຄວິດ-19 ​

    ວັນ​ທີ 28 ​ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ຄະນະ​ສະ​ເພາະ​ກິດ ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ​ແລະ ​ແກ້​ໄຂການ​ແຜ່​ລະບາດຂອງ​ພະຍາດ​ໂຄ ​ວິດ-19 ຂັ້ນ​ສູນ​ກາງ ໄດ້ປະຊຸມຮ່ວມກັບຄະນະສະເພາະກິດ ບັນດາ​ແຂວງ ​ແລະ ນະຄອນຫຼວງ​ວຽງ​ຈັນແບບ​ທາງ​ໄກ (Video Conference) ​ໂດຍ​ການ​ເປັນ​ປະທານຂອງ​ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ຮອງ​ນາຍົກລັດຖະມົນຕີ ຫົວໜ້າຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ​ແລະ ​ແກ້​ໄຂການ​ແຜ່​ລະບາດຂອງ​ພະຍາດ ​ໂຄ​ວິດ-19.

    ກອງປະຊຸມໃນຄັ້ງນີ່ ແມ່ນເພື່ອຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຕ່​ລະ​ແຂວງ ແລະ ການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ໂດຍສະເພາະ ດ້ານຂໍ້ສະດວກ ແລະ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ ສະ​ພາບ​ການ​​ຕິດ​ຕາມຜູ້ສຳ​ຜັດ​-​ໃກ້​ຊິດກັບຜູ້ຕິດເຊື້ອ ​ມາ​ກວດ​ຫາ​ເຊື້ອ ແລະ ຈຳ​ກັດ​ບໍ​ລິ​ເວນ ການ​ກະ​ກຽມຄວາມ​ພ້ອມ​ຮັບ​ມືກັບ​ການ​ລະ​ບາດ (ດ້ານ​ບຸຄະ​ລາ​ກອນ ໂຮງ​ໝໍ ອຸ​ປະ​ກອນ) ການນຳເຂົ້າ-ສົ່ງອອກສິນຄ້າ ຈໍລະຈອນສິນຄ້າຢູ່ພາຍໃນ ລະຫວ່າງແຂວງກັບແຂວງ ການ​ປະ​ສານ​ງານລະ​ຫວ່າງຄະ​ນະ​ສະ​ເພ​າ​ະ​ກິດຂັ້ນ​ສູນ​ກາງ​ ແລະ ຂັ້ນ​ທ້ອງ​ຖິ່ນ ກົນໄກຕິດຕາມ-ຊຸກ​ຍູ້ ກວດກາການຈັດຕັ້ງປະຕິບັດວຽກງານ ລວມທັງຂໍ້ສະເໜີ ຕໍ່ຄະນະສະເພາະກິດຂັ້ນສູນກາງ ກໍຄືລັດຖະບານ ໂດຍ​ສະ​ເພາະ​ ອັນ​ທີ່​ຈຳ​ເປັນ​ ແລະ ຮີບ​ດ່ວນ​ທີ່​ສຸດ ເພື່ອເຮັດໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວມີຄວາມໂລ່ງລ່ຽນ ວ່ອງໄວ ທັນສະພາບການ ແລະ ມີ​ປະ​ສິດ​ທິ​ພາບ​​ ​ຕັດ​ວົງ​ຈອນການ​ແຜ່​ເຊື້ອໃຫ້​ໄດ້​ໄວ ທີ່​ສຸດ. ຜ່ານການປະຊຸມ ທ່ານປະທານກອງປະຊຸມໄດ້ສະຫຼຸບ ສັງລວມ ເນື້ອໃນຂອງກອງປະຊຸມຄັ້ງນີ້ ພ້ອມທັງມີຄຳເຫັນ ເນັ້ນໜັກໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ອັນລວມແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກຳນົດໄວ້ໃນນິຕິກຳຕ່າງໆທີ່ລັດຖະບານ ກໍຄືຄະນະສະເພາະກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ ເດັດຂາດ ແລະ ເປັນເອກະ ພາບກັນສູງ ອັນສະເພາະ ໃຫ້ສືບຕໍ່ໂຄສະນາ ເຮັດວຽກງານແນວຄິດໃຫ້ປະຊາຊົນ ກໍຄືສັງຄົມໃຫ້ການຮ່ວມມືຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກໃຫ້ໄດ້ຮັບຜົນດີ; ໃຫ້​ຄົ້ນ​ຄວ້າກຳນົດມາດຕະການເພີ່ມເຕີມ (ຖ້າ​ຈຳ​ເປັນ) ໂດຍ​ອີງ​ໃສ່ຄຳສັ່ງສະບັບເລກທີ 15/ນຍ ແລະ ສະພາບການລະບາດຕົວຈິງຂອງທ້ອງຖິ່ນຕົນ ພ້ອມທັງຖອດຖອນການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະເປັນບົດຮຽນ ໃຫ້ຮີບຮ້ອນເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອ ເພື່ອຊອກຫາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອພະຍາດ ແລະ ສີດຢາຂ້າເຊື້ອຢູ່ສະຖານທີ່ນັ້ນໆ ໃຫ້ສຸມໃສ່ເບິ່ງແຍງ ແລະ ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິ ໃຫ້ສືບຕໍ່ກວດກາ ລາດຕະເວນຕາມຊາຍແດນຢ່າງເຂັ້ມງວດ ເດັດຂາດ ຕໍ່ກໍ​ລະ​ນີເຂົ້າເມືອງແບບຜິດກົດໝາຍ ຖ້າມີຢູ່ທ້ອງຖິ່ນໃດ ໃຫ້ທ້ອງຖິ່ນນັ້ນຮັບຜິດຊອບດຳເນີນການແກ້ໄຂ ໃຫ້ແຕ່ລະທ້ອງ​ຖິ່ນລົງກວດກາສະຖານທີ່ທີ່ຖືກສັ່ງປິດຊົ່ວຄາວ ຊຶ່ງເດັດຂາດບໍ່ໃຫ້ມີການລັກ ລອບເປີດຈົນກວ່າຈະມີການອະນຸຍາດ ໃຫ້ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປໃຫ້ໄດ້ຕາມແຜນ ຫຼືລື່ນແຜນຍິ່ງດີ ໃຫ້ສືບ​ຕໍ່ກະກຽມຮອບດ້ານ ເປັນຕົ້ນ ສະຖານທີ່ແຍກປ່ຽວ ແລະ ປິ່ນປົວຜູ້ຕິດເຊື້ອ ອຸປະກອນຮັບໃຊ້ຕ່າງໆ ບຸຄະລາກອນ ແລະ ອື່ນໆ ຖ້າເຫັນວ່າຕ້ອງການຄວາມຊ່ວຍເຫຼືອດ້ານໃດ ກໍ່ໃຫ້ຮີບຮ້ອນປະສານກັບຄະນະສະເພາະກິດຂັ້ນສູນກາງ ເພື່ອແກ້ໄຂໄດ້ທັນການ ໃຫ້ຮີບຮ້ອນຂຶ້ນແຜນງົບປະມານ ແລະ ອຸປະກອນຮັບໃຊ້ວຽກງານສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງແຂວງຕົນ ແລ້ວສົ່ງໃຫ້ຄະນະສະເພາະກິດຂັ້ນສູນກາງ ເພື່ອສັງລວມ-ລາຍງານລັດຖະບານ ແລະ ແກ້ໄຂຢ່າງທັນການ ສືບ​ຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະ; ​ເພີ່ມ​ທະ​ວີການຕອບໂຕ້ຂ່າວທີ່ບໍ່ເປັນຄວາມຈິງທີ່ສ້າງຄວາມບໍ່ສະຫງົບໃນສັງຄົມໃຫ້​ທັນ​ການ ແລະ​ ການດໍາເນີນ​ການ​ຕໍ່ຜູ້​ກະ​ທຳ​ຜິດ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດຄຳ​ສັ່ງ​ 15/ນຍ ກໍ່​ຄື​ມາດ​ຕະ​ການອື່ນໆ ທີ່​ຄະ​ນະ​ສະ​ເພາະ​ກິດວາງ​ອອກ ຢ່າງເຄັ່ງຄັດ ແລະ ເດັດຂາດ ເພື່ອ​ເຮັດ​ໃຫ້​ການ​ແກ້​ໄຂ​ການ​ແຜ່​ລະ​ບາດໃນ​ຄັ້ງ​ນີ້ໄດ້​ໄວ​ທີ່​ສຸດ ລາຍງານ​ສະພາບການຕໍ່ຄະນະສະເພາະກິດຂັ້ນສູນກາງ ​ເພື່ອ​ມີ​ທິດ​ຊີ້​ນຳ​ໃນ​ການ​ແກ້​ໄຂໃນ​ຂອບ​ເຂດ​ສິດ​ຂອງ​ຕົນ ຫຼື ຄົ້ນ​ຄວ້າສະເໜີຂໍທິດຊີ້ນຳ ຫຼືການຕົກ​ລົງຈາກລັດຖະບານ ໃຫ້​ມີ​ຈຸດ​ປະ​ສານ​ງານ ລະ​ຫວ່າງຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ຂັ້ນ​ທ້ອ​ງ​ຖິ່ນ ທຸກນິ​ຕິ​ກຳ ຫຼືມາດ​ຕະ​ການທີ່ຄະ​ນະ​ສະ​ ເພາະ​ກິດ​ຂັ້ນແຂວງໄດ້​ວາງ​ ອອກ ໃຫ້​ສົ່ງ​ໃຫ້​ຄະ​ນະ​ສະເພາະ​ກິດຂັ້ນ​ສູນ​ກາງເພື່ອ​ຊາບ. ສຳລັບຂໍ້ສະເໜີຕ່າງໆຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ລັດຖະບານ ກໍຄືຄະນະສະເພາະກິດ ຈະນຳໄປພິຈາລະນາ ເພື່ອແກ້ໄຂ ແລະ ຊີ້ນຳ ໃນຂັ້ນຕໍ່ໄປ.

.

  • ຂ່າວ – ພາບ : ກົມປະຊາສຳພັນ ຫສນຍ.
error: Content is protected !!