ການຄຸ້ມຄອງລາຄາສິນຄ້າຍັງຢູ່ໃນເກນປົກກະຕິ

   ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ວັນທີ 27 ເມສາ 2020 ວ່າ: ໃນໄລຍະທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ນີ້ ການຄວບຄຸມລາຄາສິນຄ້າ ແລະ ຄ່າບໍລິການ ເປັນວຽກໜຶ່ງສໍາຄັນຕໍ່ການດຳລົງຊິວິດຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະ ນະຄອນຫຼວງວຽງຈັນ ກໍເປັນສິ່ງສໍາຄັນ ສະແດງອອກໃນແຕ່ລະວັນ ເຫັນວ່າມີການຈັບຈ່າຍຊື້-ຂາຍ ຜູ້ຊື້ຢາກໄດ້ລາຄາຖືກ ຜູ້ຂາຍຢາກໄດ້ລາຄາແພງ ໄລຍະຜ່ານມາ ກໍໄດ້ມີການຄວບຄຸມມາຕະຫຼອດ.

    ພາຍຫຼັງມີຄໍາສັ່ງເລກທີ 15/ນຍ ລົງວັນທີ 24 ເມສາ 2021 ມານີ້ ນະຄອນຫຼວງວຽງຈັນ ກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີແຈ້ງການ ແລະ ຄໍາແນະນໍາຫຼາຍສະບັບ ເປັນຕົ້ນ ຄໍາແນະນໍາວ່າດ້ວຍການອະນຸຍາດໃຫ້ດໍາເນີນກິດຈະການຮ້ານຄ້າຂາຍຍົກຂາຍຍ່ອຍ ຂາຍສິນຄ້າປະເພດອາຫານ ແລະ ອື່ນໆ.

    ໃນຖານະພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະ ສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນນີ້ ພວກເຮົາໄດ້ມີຫຼາຍນິຕິກຳທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເພື່ອຮັບມື ແລະ ກຽມຄວາມພ້ອມຮອບດ້ານຕໍ່ການແຜ່ລະບາດຂອງໂຄວິດ-19  ພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ເຮັດ 6 ວຽກໃຫຍ່ຄື:

    (1). ປະຕິບັດມາດຕະການເຝົ້າລະວັງ ໂດຍແຕ່ງຕັ້ງພະນັກງານມາປະຈໍາການໃນແຕ່ລະວັນເພື່ອຫຼີກເວັ້ນຄວາມແອອັດ ຮັກສາໄລຍະຫ່າງ

    (2). ແຕ່ງຕັ້ງເຈົ້າໜ້າທີ່ການຄ້າ ສົມທົບກັບກົມການຄ້າພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕໍາຫຼວດເສດຖະກິດນະຄອນຫຼວງວຽງຈັນ ກວດກາສິນຄ້າ ສິນຄ້າລາຄາຢູ່ຕະຫຼາດ 4 ເມືອງໃນ (ຈັນທະບູລີ ສີສັດຕະນາກ ໄຊເສດຖາ ແລະ ສີໂຄດຕະບອງ) ນອກຈາກນີ້ໄດ້ມອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າແຕ່ລະເມືອງເປັນຜູ້ຕິດຕາມກວດກາ ໂດຍປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນນີ້ໄດ້ກວດກາແນະນໍາເຮັດບົດບັນທຶກກັບຜູ້ປະກອບການຊາວຄ້າຂາຍ ຫ້າງຮ້ານ ໃຫ້ເອົາໃຈໃສ່ຄຸ້ມຄອງ ບໍ່ໃຫ້ມີການກັກຕຸນສິນຄ້າ ໃຫ້ປະຕິບັດມາດຕະການປ້ອງກັນ ມີຈຸດກັ່ນຕອງ ຈຸດເຂົ້າອອກ ເຈວລ້າງມື ແລະ ໃຫ້ຮັກສາໄລຍະຫ່າງ 

    (3). ວຽກງານອຸດສາຫະກຳ ໂຮງຈັກ ໂຮງງານ ໄດ້ມີແຈ້ງການຈໍານວນໜຶ່ງສັ່ງໂຈະ ແລະ ໄດ້ແຕ່ງຕັ້ງພະນັກງານປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມເຝົ້າລະວັງ ແລະ ແນະນໍາໃຫ້ເຂົາເຈົ້າປະຕິບັດມາດຕະການຕ່າງໆ ໃຫ້ຈັດຕັ້ງຈຸດວັດແທກອຸນຫະພູມ ແລະ ມີການຂ້າເຊື້ອໂຮງງານໃນແຕ່ລະວັນ

    (4). ການນໍາເຂົ້າ-ສົ່ງອອກສິນຄ້າພາຍໃນ ແລະ ຕ່າງປະເທດ ໄດ້ມີການສົມທົບກັບເຈົ້າໜ້າທີ່ພາສີຂົວມິດຕະພາບ 1 ເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການໄດ້ບໍລິການຢ່າງວ່ອງໄວ ສ່ວນການເຄື່ອນຍ້າຍສິນຄ້າແຕ່ລະແຂວງ ໄດ້ມີການປະສານສົມທົບກັບເຈົ້າຂອງຮ້ານສະດວກຊື້ທີ່ເປັນສິນຄ້າລາຍໃຫຍ່

    (5). ໄດ້ອອກແຈ້ງການຈໍານວນໜຶ່ງ ເພື່ອເປັນກຳລັງແຮງໃນການຄຸ້ມຄອງສິນຄ້າ

    (6). ແຈ້ງການໂຮງຈັກໂຮງງານໃຫ້ມີການກວດກາຄັກແນ່ ໃນການເຂົ້າ-ອອກຂອງພະນັກງານ ບໍ່ໃຫ້ຖືເບົາ ໃຫ້ພ້ອມກັນປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.

    ນັບແຕ່ເດືອນມັງກອນມາຮອດປັດຈຸບັນ ການເໜັງຕີງລາຄາສິນຄ້າບໍ່ທັນມີອັນໃດພົ້ນເດັ່ນ ມີແຕ່ປານິນກາຊັງ ທີ່ມີການເໜັງຕີງເລັກນ້ອຍ ຈາກລາຄາກຳນົດ 20 ພັນກີບຕໍ່ກິໂລ ປັດຈຸບັນ23-25 ກີບຕໍ່ກິໂລ ຊີ້ນໝູຢູ່ໃນລາຄາກຳນົດປະເພດ 1 ລາຄາ 48 ພັນກີບຕໍ່ກິໂລ ຊີ້ນງົວຄວາຍ 80-85 ພັນກີບຕໍ່ກິໂລ..

  • ຂ່າວ – ພາບ : ຂັນທະວີ
error: Content is protected !!