ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ປະກາດຜົນການປະກວດອອກແບບໂລໂກ “ປີມິດຕະພາບລາວ-ຈີນ” ຜູ້ຊະນະການແຂ່ງຂັນປະກວດອອກແບບໂລໂກດັ່ງກ່າວຂຶ້ນທາງອອນລາຍ ເມື່ອວັນທີ 25 ເມສາທີ່ຜ່ານມາທີ່ສູນດັ່ງກ່າວ ຊຶ່ງກົງກັບວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນ ຄົບຮອບ 60 ປີ ພ້ອມທັງໄດ້ຖືໂອກາດຈັດງານຄັ້ງນີ້ ປະກາດນໍາໃຊ້ໂລໂກ “ປີມິດຕະພາບລາວຈີນ” ຢ່າງເປັນທາງການ ທີ່ເພຈຂອງສູນວັດ ທະນະທຳຈີນ (China Cultural Center in Laos) ເພື່ອເປັນການສະເຫຼີມສະຫຼອງວັນແຫ່ງປະຫວັດສາດລະຫວ່າງສອງປະເທດ.

ການແຂ່ງຂັນຄັ້ງນີ້ ມີຜົນງານສົ່ງເຂົ້າປະກວດທັງໝົດ 284 ຜົນງານ ຊຶ່ງໄດ້ຮັບ ແລະ ຮວບຮວມເລີ່ມແຕ່ ວັນທີ 11/2/2021 – 15/3/2021.ງານດັ່ງກ່າວ ແມ່ນການຮ່ວມມືກັນລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໂດຍໄດ້ຈັດກອງປະຊຸມການຄັດເລືອກປະກວດອອກແບບໂລໂກ “ປີມິດຕະພາບລາວ-ຈີນ” ຂຶ້ນ ເມື່ອວັນທີ 23 ມີນາທີ່ຜ່ານມາ ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີພັນ ຫຼວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ທ່ານນາງ ຫຼີຢີຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຊຶ່ງມີຫົວໜ້າພະແນກການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຮັບໜ້າທີ່ເປັນປະທານ ຄະນະກໍາມະການ ພ້ອມດ້ວຍຄະນະກໍາມະການຊ່ຽວຊານຈາກຝ່າຍລາວ ແລະ ຝ່າຍຈີນ 10 ທ່ານ ຮ່ວມກັນ ຄັດເລືອກ.
ຜ່ານການຄັດເລືອກ ໄດ້ເລືອກເອົາ 11 ຜົນງານທີ່ໄດ້ຮັບລາງວັນ ຊຶ່ງລາງວັນຊະນະເລີດມີ 1 ລາງວັນ ແມ່ນຜົນງານຂອງທ້າວ ວິລະສັກ ສຸດທິສານ ໄດ້ຮັບເງິນສົດຈຳນວນ 4 ລ້ານກີບ ພ້ອມໃບຍ້ອງຍໍ ອັນດັບທີ 2 ມີ 2 ລາງວັນ ນາງ ຈ່າງ ເຊິ່ນເຈັຍ (ສັນຊາດຈີນ ) ແລະ ທ້າວ ຈ່າງຈື້ກົວະ/ທ້າວ ຕ້ວນຫາຍ ເຜີງ (ສັນຊາດຈີນ) ໄດ້ຮັບເງິນສົດ ຄົນລະ 2,5 ລ້ານກີບ ພ້ອມໃບຍ້ອງຍໍ ອັນດັບທີ 3 ໄດ້ຮັບ 3 ລາງວັນ ລາງວັນລະ 1,5 ລ້ານກີບ ພ້ອມໃບຍ້ອງຍໍ ມີທ້າວ ຈິງຈື້ໝິງ (ສັນຊາດຈີນ) ທ້າວ ທະວີໄຊ ທຳມະວົງ ແລະ ທ້າວ ມິດປະສົງ ມິ່ງນະຄອນ
ນອກນີ້ ຍັງມີລາງວັນຊົມເຊີຍ 5 ລາງວັນ ຊຶ່ງຜູ້ໄດ້ຮັບລາງວັນຊົມເຊີຍ ໄດ້ຮັບເຄື່ອງທີ່ລະນຶກຈາກສູນ ວັດທະນະທຳຈີນ..
- ຂ່າວ – ພາບ : ໄຊບັນດິດ



