ຄະນະສະເພາະກິດ ລົງຕິດຕາມກວດກາໂຮງງານຕັດຫຍິບລາວ ອັບພາເລວ

    ເພື່ອປະຕິບັດຕາມແຈ້ງການສະບັບເລກທີ 0323/ອຄ.ກອຫ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນວັນທີ 27 ເມສາ 2021 ຄະນະສະເພາະກິດ ໄດ້ລົງຕິດຕາມໂຮງງານຕັດຫຍິບລາວອັບພາເລວ ຕັ້ງຢູ່ບ້ານໂພນໄຮຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

    ຜ່ານການລົງກວດກາຕົວຈີງ ໂຮງງານດັ່ງກ່າວແມ່ນນຳໃຊ້ແຮງງານທີ່ນອນຢູ່ໃນຫໍພັກຂອງໂຮງງານ ຈຳນວນ 120 ຄົນ ແລະ ໄດ້ມີການປະຕິບັດມາດຕະການຕ້ານໂຄວິດ-19 ໂດຍສະເພາະ ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ໂດຍສະເພາະ ໄດ້ມີການເພີ່ມຈຸດກວດຕ່າງໆພາຍໃນອາຄານ ເປັນຕົ້ນ ຈຸດວັດແທກອຸນຫະພູມ ຫ້ອງກວດຂອງແພດຫມໍ ແລະ ຫ້ອງກັກຕົວສຳລັບແຮງງານ ຂໍ້ມູນດັ່ງກ່າວ ນຳມາຈາກເພຈຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ.

  • ຂ່າວ – ພາບ : ເພັດສະໝອນ
error: Content is protected !!