ວັນທີ 28 ເມສາ 2021 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບວຽກງານຊັບສິນທາງປັນຍາ ວຽກງານມາດຕະຖານ ແລະ ວັດແທກ ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມ ມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ປອ. ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຮອງລັດຖະມົນຕີ ຫົວໜ້າຫ້ອງການ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຂື້ນຜ່ານມະຕີຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 06 ກມສພ ລົງວັນທີ 25 ກຸມພາ 2021 ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ລົງວັນທີ 11/03/2021 ໂດຍມອບວຽກງານຊັບສິນທາງປັນຍາ ວຽກງານມາດຕະຖານ ແລະ ວັດແທກ ພ້ອມດ້ວຍການຍົກຍ້າຍພະນັກງານຈຳນວນ 208 ທ່ານ ບັນຈຸເຂົ້າກົງຈັກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ.
ທ່ານ ປອ. ຄຳແພງ ໄຊສົມແພງ ສະແດງຄວາມຍິນດີຮັບເອົາວຽກງານດັ່ງກ່າວ ພ້ອມທັງຈະປະຕິບັດໜ້າທີ່ການເມືອງທີໄດ້ຮັບມອບໝາຍນີ້ໃຫ້ປາກົດຜົນເປັນຈິງໃນແຕ່ໄລຍະ ແລະ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຕະຫຼອດໄປ.
- .ຂ່າວ – ພາບ : ເພັດສະໝອນ