ເພື່ອເປັນການປະກອບສ່ວນຊຸກຍູ້ຊ່ວຍເຫຼືອ ໃນການປ້ອງກັນ ຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ທີ່ເກີດຂຶ້ນໃນຊຸມຊົນຢູ່ ນະຄອນຫຼວງວຽງຈັນ ບໍ່ໃຫ້ມີການລະບາດແຜ່ລາມເປັນວົງກວ້າງ ວັນທີ 28 ເມສາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ອາອູ ຜູ້ອໍານວຍການ ບໍລິສັດຫົງຢາງ ກໍ່ສ້າງເຄຫາສະຖານຄົບວົງຈອນ ຈຳກັດ ໄດ້ນໍາເງິນສົດຈຳນວນ 50 ລ້ານກີບ ແລະ ຜ້າອັດປາກ-ອັດດັງ 25 ພັນອັນ ໜ້າກາກປ້ອງກັນ 100 ອັນ ນ້ຳຢາຂ້າເຊື້ອ 2 ແກັດ ມອບໃຫ້ກັບອົງການປົກຄອງ ນວ ເພື່ອນຳໄປແຈກຢາຍມອບຕໍ່ໃຫ້ບັນດາພາກສ່ວນຕ່າງໆທີ່ມີຄວາມຈຳເປັນຈະຕ້ອງໄດ້ໃຊ້ອຸປະກອນດັ່ງກ່າວເຂົ້າໃນການປະຕິບັດໜ້າທີ່ວຽກງານ ເພື່ອປ້ອງກັນ ຕ້ານ ແລະ ຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ຕາງໜ້າຮັບຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງ ຫົວໜ້າຄະນະສະເພາະກິດໂຄວິດ-19 ຂັ້ນ ນະຄອນຫຼວງວຽງຈັນ.

ນອກນີ້ ໃນວັນດຽວກັນ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຈາກບໍລິສັດ ຈີຈີດີ ສ ເກົາຫລີ ມາມອບຕໍ່ໃຫ້ອົງການປົກຄອງ ນວ ເພື່ອເປັນການປະກອບສ່ວນຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ເຊິ່ງປະກອບມີ ນ້ຳຢາລ້າງມືຂ້າເຊື້ອຊະນິດຊອງ 30 ແກັດ ລວມ 2.400 ກັບ ຄິມຮັກສາສຸຂະພາບຜິວ 57 ແກັດ ເທົ່າກັບ 4.560 ຫຼອດ ເຄື່ອງໃຊ້ສະເພາະດ້ານສາທາລະນະສຸກສຳລັບແມ່ຍິງ 15 ແກັດ ເທົ່າ 1.800 ຊຸດ ລວມແລ້ວ ມູນຄ່າທັງໝົດ 88,583ໂດລາສະຫະລັດ ທັງນີ້ກໍເພື່ອນຳໄປມອບ ຫຼືແຈກຢາຍຕໍ່ໃຫ້ພາກສ່ວນອື່ນໆທີ່ມີຄວາມຕ້ອງການ ແລະ ປະຊາຊົນຜູ້ທີ່ມີຄວາມທຸກຍາກ ແລະ ຈຳເປັນ.

- ຂ່າວ – ພາບ : ຂັນທະວີ