
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ພ້ອມຄະນະ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 14 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດຄວບຄຸມພະຍາດ COVID-19 ວ່າ: ຮອດເວລາ 17:00 ໂມງຂອງວັນທີ 13 ເມສາ 2020 ຢູ່ ສປປ ລາວ ມີຜູ້ເດີນທາງເຂົ້າມາຜ່ານດ່ານທັງໝົດ 1.107 ຄົນ ໃນນີ້ ຜ່ານດ່ານລາວ-ໄທ 317 ຄົນ (ມີແຮງງານລາວທີ່ກັບມາແຕ່ໄທ 34 ຄົນ) ຜ່ານດ່ານລາວ-ຈີນ 250 ຄົນ ແລະ ຜ່ານດ່ານລາວ-ຫວຽດ ທັງໝົດ 540 ຄົນ ເຊິ່ງສ່ວນໃຫຍ່ແມ່ນເປັນພະນັກງານຂັບລົດບັນທຸກຂົນສິນຄ້າ ໂດຍທຸກດ່ານແມ່ນໄດ້ມີການກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບການເຝົ້າລະວັງ ແລະ ວິເຄາະໃນວັນທີ 13 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 06 ຄົນ ແລະ ກໍລະນີມີອາການສົງໄສ 44 ຄົນ ໃນນີ້ແຮງງານລາວທີ່ກັບມາແຕ່ໄທ 17 ຄົນ ເຊິ່ງໃນຈຳນວນ 50 ຄົນທີ່ມາກວດນັ້ນ ລວມມີ ນະຄອນຫຼວງວຽງຈັນ 14 ຄົນ ແລະ ຕ່າງແຂວງ 36 ຄົນ ເຊິ່ງຜົນກວດອອກມາທັງ 50 ກໍລະນີ ແມ່ນເປັນຜົນລົບ (ບໍ່ພົບເຊື້ອ).

ສ່ວນວຽກງານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍທັງ 19 ຄົນນັ້ນ ໃນນີ້ 3 ຄົນທີ່ນອນປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຄົງຕົວຂັ້ນເບົາບາງ ແລະ ຍັງມີຕິດຕາມການກວດຫາເຊື້ອເພື່ອປິ່ນປົວຢ່າງໃກ້ຊິດ ແລະ ຜູ້ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ 16 ຄົນ ມີອາການປານກາງ ແລະ ອີກ 15 ຄົນມີອາການເບົາບາງ ໃນນີ້ມີ 1 ຄົນໄດ້ກວດວິເຄາະເປັນຄັ້ງທີ 2 ເຫັນວ່າບໍ່ພົບເຊື້ອໂຄວິດ-19 ດັ່ງນັ້ນຄະນະຊ່ຽວຊານແພດຈຶ່ງໄດ້ພິຈາລະນາໃຫ້ອອກໂຮງໝໍ ເພື່ອກັບໄປຕິດຕາມຕົນເອງ 14 ວັນຢູ່ບ້ານ ພ້ອມທັງນັດໃຫ້ມາລາຍງານຕິດຕາມອາການຂອງຕົນເປັນໄລຍະຕື່ມອີກ ເຊິ່ງນີ້ກໍເປັນອີກຂ່າວດີໃຫ້ວົງການການແພດລາວ ໃນການສະກັດກັ້ນ ແລະ ປີ່ນປົວພະຍາດດັ່ງກ່າວໃຫ້ຜູ້ທີ່ເຈັບເປັນຫາຍດີ ກັບຄືນເມືອຢູ່ກັບຍາດພີ່ນ້ອງຄອບຄົວຂອງຕົນ.

ນັບແຕ່ເດືອນມັງກອນ ຮອດວັນທີ 13 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.235 ຄົນ ກວດພົບເຊື້ອທັງໝົດ 19 ຄົນ ແລະ ທັງໝົດ 19 ຄົນ ແມ່ນນອນປິ່ນປົວ-ຕິດຕາມຢູ່ໂຮງໝໍ ມີຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 23 ມີນາ – 13 ເມສາ 2020 ມີທັງໝົດ 458 ຄົນ ໝົດກຳນົດຕິດຕາມທັງໝົດ 387 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 71 ຄົນ ໃນນີ້ມີນະຄອນຫຼວງວຽງຈັນ 34 ຄົນ ແຂວງ ໄຊສົມບູນ 36 ຄົນ ແລະ ແຂວງວຽງຈັນ 01 ຄົນ. ແນວໃດກໍດີ ໃນໄລຍະບຸນປີໃໝ່ລາວນີ້ ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຮ່ວມມືຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ທີ່ໄດ້ເນັ້ນໜັກຈຳກັດການເດີນທາງ ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້ ໃຫ້ມີການຮັກສາໄລຍະຫ່າງ ຫຼີກລ່ຽງງານຊຸມແຊວເປັນກຸ່ມ ການປະກອບວຽກງານທາງສາສະໜາ ກໍຄວນປະຕິບັດແບບບໍ່ມີການລວມກຸ່ມໃຫຍ່ ສິ່ງສຳຄັນແມ່ນຫ້າມຫຼີ້ນນ້ຳໃນໄລຍະປີໃໝ່ລາວ ສາເຫດຍ້ອນມີເຊື້ອປົນມາກັບນ້ຳເວລາຫົດກັນ ເຮັດໃຫ້ມີການໃກ້ຊິດກັນ ແລະ ມີການເວົ້າ ໄອ ຈາມ ເຊິ່ງຈະເຮັດໃຫ້ເຊຶ້ອຕົກຢູ່ນ້ຳ ແລະ ຕິດຕໍ່ໄດ້ງ່າຍ ເພາະເຊື້ອພະຍາດນີ້ສາມາດມີອາຍຸໄດ້ເຖິງ 4-10 ວັນ.