ເພື່ອເປັນການຊ່ວຍເຫຼືອ ແລະ ປ້ອງກັນ ຄວບຄຸມ ແລະ ຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19 ວັນທີ 28 ເມສາ 2021 ອົງການພຸດທະສາສະໜາສໍາພັນລາວ ນະຄອນຫຼວງວຽງຈັນ ແລະ ອົງການພຸດທະສາດສະໜາສໍາພັນລາວ ເມືອງໄຊທານີ ໄດ້ນໍາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ຄະນະກຳມະການສະເພາະກິດໂຄວິດ-19 ເມືອງໄຊທານີ.

ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ ຕຽງນອນ 63 ຕຽງ ຜ້າຫົ່ມ 14 ຜືນ ໝອນ 83 ໜ່ວຍ ເສື່ອ 76 ອັນ ມຸ້ງ 21 ດາງ ສາດ 11 ຜືນ ພັດລົມ 13 ໜ່ວຍ ໝໍ້ຕົ້ມນໍ້າຮ້ອນໄຟຟ້າ 12 ໜ່ວຍ ໝໍ້ຫຸງເຂົ້າໄຟຟ້າ 13 ໜ່ວຍ ຕິກໃສ່ນໍ້າ 4 ໜ່ວຍ ຖ້ວຍນ້ອຍ 20 ໃບ ເຂົ້າສານ 3 ໝື່ນ ນໍ້າດື່ມ 125 ແພັກ ເຄື່ອງບໍລິໂພກເປັນຊຸດ 45 ຊຸດ ໝີ່ໄວໆ 3 ແກັດ ຜ້າອັດປາກ-ອັດດັງ 13 ກັບ ແລະ ນໍ້າຢາລ້າງມື 4 ກ່ອງ ລວມມູນຄ່າ 19,3 ລ້ານກີບ.

- ຂ່າວ – ພາບ : ຂັນທະວີ