ແຕ່ງຕັ້ງຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຄົນໃໝ່

         ພິທີປະກາດແຕ່ງຕັ້ງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນໃນວັນທີ 27 ເມສາ 2021 ທີ່ກະຊວງສຶກສາທິການ ແລະ ກີລາ ໂດຍມີທ່ານ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ພ້ອມດ້ວຍທ່ານ ວຽນທອງ ສິງຄໍາພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ມີຄະນະພັກ ຄະນະນຳກະຊວງ ສສກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ວຽນທອງ ສິງຄຳພັນ ໄດ້ຂຶ້ນຜ່ານດຳລັດຂອງພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 283 ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຄົນໃໝ່ ເພື່ອເປັນການຊັບຊ້ອນໜ້າທີ່ວຽກງານໃຫ້ສອດຄ່ອງກັບແນວທາງ ແລະ ແທດເໝາະກັບໜ້າທີ່ວິຊາສະເພາະ ພ້ອມທັງແຈ້ງເຖິງຫ້ອງການທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ປະຕິບັດຕາມດໍາລັດດັ່ງກ່າວ.

    ໃຫ້ກຽດມອບໃບດຳລັດຂອງທ່ານນາຍົກລັດຖະມົນຕີ ໂດຍທ່ານ ພຸດ ສິມມາລາວົງ ແລະ ກ່າວຮັບຕຳ ແໜ່ງຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຜູ້ໃໝ່ ໂດຍທ່ານ ສຸລິອຸດົງ ສູນດາລາ ເຊິ່ງທ່ານໄດ້ກ່າວວ່າ: ພູມໃຈທີ່ໄດ້ຮັບໂອກາດດັ່ງກ່າວ ພ້ອມຈະສຸມທຸກຄວາມຮູ້ ຄວາມສາມາດທີ່ມີ ໃນການ ປະກອບສ່ວນເຂົ້າໃນໜ້າທີ່ວິຊາສະເພາະ ຮ່ວມກັບເພື່ອນຮ່ວມງານ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ມີປະສິດທິຜົນ ຮຽກຮ້ອງເຖິງເພື່ອນຮ່ວມງານທຸກພາກສ່ວນ ທຸກຄົນ ຈົ່ງໃຫ້ການຮ່ວມມື ເພື່ອພ້ອມກັນປະຕິບັດໜ້າທີ່ທີ່ຂັ້ນເຖິງມອບໝາຍໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ.

  • ຂ່າວ – ພາບ : ບຸນມີ
error: Content is protected !!