ສປ ຈີນ ມອບຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 3 ແສນໂດສ ໃຫ້ແກ່ ສປປ ລາວ

      ພິທີມອບ-ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ແລະ ເຂັມສັກຢາຈຳນວນໜຶ່ງ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນເປັນທາງການວັນທີ 27 ເມສາ 2021 ທີ່ກະຊວງສາທາລະນະສຸກ ຕາງໜ້າມອບຂອງທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ລາວ ແລະ ຕາງໜ້າຮັບຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີລັດຖະມົນຕີ ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍລາວ-ຈີນ ເຂົ້າຮ່ວມ.

        ໃນພິທີ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍຜ່ານສະຫາຍ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ລັດຖະບານ ກໍຄືປະຊາຊົນລາວ ເຊິ່ງສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງພັກ ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ນອກຈາກນີ້ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານອຸປະກອນການເເພດ ຜ້າອັດປາກ ນໍ້າຢາກວດເຊື້ອພະຍາດ ໂດຍສະເພາະ ຢາວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ໄລຍະຜ່ານມາ ຢາວັກຊີນທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອ ສປປ ລາວ ແມ່ນມີປະສິດທິພາບ ແລະ ຄວາມປອດໄພສູງ ເຊິ່ງລັດຖະບານ ສປປ ລາວ ໄດ້ນຳໄປສັກໃຫ້ແກ່ພະນັກງານປະຈຳດ່ານ ແພດໝໍ ເຈົ້າໜ້າທີ່ຢູ່ດ່ານໜ້າ ແລະ ພໍ່ແມ່ປະຊາຊົນລາວ ລວມທັງທູຕານຸທູດຕ່າງປະເທດ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ສໍາລັບການຊ່ວຍເຫຼືອເພີ່ມເຕີມໃໝ່ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ທີ່ພວມຄຸກຄາມປະຊາຊົນລາວໃນຂອບເຂດທົ່ວປະເທດຢ່າງຮ້າຍແຮງ. 

    ໂອກາດດຽວກັນ ສະຫາຍ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ເຊິ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງ ສປ ຈີນ ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນກັນອີກດ້ວຍ ສປ ຈີນ ຍິນດີຄຽງຄູ່ກັບຝ່າຍ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດສູ່ປະຊາຊົນທົ່ວໂລກ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ລວມ 4 ຄັ້ງ ມີຫຼາຍກວ່າ 1,4 ລ້ານໂດສ ເຊິ່ງຄັ້ງທີ 1 ມອບໃນທ້າຍປີ 2020 ຈໍານວນ 3.000 ໂດສ ຄັ້ງທີສອງ 3 ແສນໂດສ ຄັ້ງທີສາມ 8 ແສນໂດສ ແລະ ຄັ້ງນີ້ແມ່ນ 3 ແສນໂດສ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!