ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 27 ເມສາ 2021 ວ່າ:

ວັນທີ 26 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ຜົນກວດວິເຄາະທັງໝົດ ພົບຜູ້ຕິດເຊື້ອໃໝ່ 75 ຄົນ ໃນນັ້ນມີນະຄອນຫຼວງ 59 ຄົນ ຈຳປາສັກ 8 ຄົນ ແຂວງວຽງຈັນ 4 ຄົນ ສະຫວັນນະເຂດ 1 ຄົນ ບໍ່ແກ້ວ 1 ຄົນ ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ ມາຮອດປັດຈຸບັນ ຕົວເລກຕິດເຊື້ອສະສົມ 511 ຄົນ ບໍ່ມີຜູ້ເສຍຊີວິດ ປິ່ນປົວຫາຍດີ 49 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 462 ຄົນ ຄື:ຢູ່ນະຄອນຫຼວງວຽງຈັນ 331 ຄົນ (ໃໝ່ 59) ຈຳປາສັກ 70 ຄົນ (ໃໝ່ 8) ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ ສະຫວັນນະເຂດ 19 ຄົນ (ໃໝ່ 1) ບໍ່ແກ້ວ 14 ຄົນ (ໃໝ່ 1) ສາລະວັນ 6 ຄົນ ອຸດົມໄຊ 2 ຄົນ ຫຼວງນ້ຳທາ 4 ຄົນ ວຽງຈັນ 8 ຄົນ (ໃໝ່ 4) ຜົ້ງສາລີ 2 ຄົນ ຫຼວງພະບາງ 2 ຄົນ (ໃໝ່ 1) ໄຊຍະບູລີ 1 ຄົນ ບໍລິຄຳໄຊ 1 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ ຕິດໃໝ່ ເຊິ່ງທຸກຄົນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານທີ່ເປັນທາງການໄດ້ ຈາກເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 www.covid19.gov.la ເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ cdc.gov.la ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).

ຜູ້ທີ່ມີລາຍຊື່ເກັບຕົວຢ່າງວິເຄາະເຊື້ອພະຍາດໂຄວິດ-19 ທີ່ໃຫ້ຂໍ້ມູນບໍ່ລະອຽດໃຫ້ຮີບຮ້ອນປະສານຫາເບີໂທ 020 94095533
ໃນພິທີຖະແຫຼງຂ່າວປະຈໍາວັນຂອງຄະນະສະເພາະກິດໂຄວິດ-19 ວັນທີ 27 ເມສາ 2021 ທ່ານ ພອນປະດີດ ສັງໄຊຍະລາດ ໄດ້ສະເໜີຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ທີ່ໃຫ້ຂໍ້ມູນບໍ່ລະອຽດ ແມ່ນໃຫ້ຮີບຮ້ອນໂທປະສານຫາທ່ານ ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ເຊິ່ງປະກອບມີ ນາງ ວຽງລັດດາ ແສງທະນູສຸກ ອາຍຸ 34 ປີ ນາງ ພູວຽງ ແສງພະຈັນ ອາຍຸ 19 ປີ ທ້າວ ສຸລີນທອງ ວົງດາລາ ອາຍຸ 19 ປີ ທ້າວ ສຸລິຈັນ ອາຍຸ 36 ປີ ທ້າວ ຈໍ່ ພົມສະຫວັດ ອາຍຸ 27 ປີ ນາງ ສຸເມສາ ພອນອານຸລັກ ອາຍຸ 21 ປີ ນາງ ສຸກັນຍາ ອາຍຸ 19 ປີ ທ້າວ ໂດ່ໂດ້ ອາຍຸ 24 ປີ ແລະ ນາງ ເພັດພະຈັນ ອາຍຸ 25 ປີ.
• ຂ່າວ – ພາບ : ຂັນທະວີ