ວັດຈອມມະນີ ປະກອບວັດຖຸສ້າງໂຮງໝໍພາກສະໜາມ

    ເພື່ອປະກອບສ່ວນເປັນສ່ວນໜຶ່ງໃນການສ້າງໂຮງໝໍພາກສະໜາມ ກຽມຄວາມພ້ອມຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເຊິ່ງປັດຈຸບັນ ເຫັນວ່າຈໍານວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນໃນແຕ່ລະມື້ ສະນັ້ນ ວັນທີ 27 ເມສາ 2021 ວັດຈອມມະນີ (ຫຼັກ 5) ໄດ້ປະກອບສ່ວນວັດຖຸ ປະກອບມີ ຕຽງໄມ້ 15 ໜ່ວຍ ເສື່ອນອນ 24 ຜືນ ຜ້າຫົ່ມ 16 ຜືນ ໝອນ 60 ໜ່ວຍ ແລະ ມຸ້ງ 15 ດາງ. 

    ວັດຖຸດັ່ງກ່າວນີ້ ໄດ້ຈັດສົ່ງມອບໃຫ້ນະຄອນຫຼວງວຽງຈັນ ນໍາໄປປະກອບໃສ່ໂຮງໝໍພາກສະໜາມໃນການຮອງຮັບປິ່ນປົວກຸ່ມຄົນດັ່ງກ່າວ.

  • .ຂ່າວ – ພາບ : ຂັນທະວີ
error: Content is protected !!