ໂຮງແຮມ 36 ມາເນີສາກົນ ມອບອຸປະກອນການແພດຕ້ານໂຄວິດ-19 ໃຫ້ ນວ

    ໂຮງແຮມ 36 ມາເນີ ກີລາສາກົນ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມອບອຸປະກອນການແພດສະໜັບສະໜູນຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ວັນທີ 27 ເມສາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າສະເພາະກິດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ.

    ອຸປະກອນການແພດມອບຄັ້ງນີ້ ປະກອບມີ ເຄື່ອງວັດແທກອຸນຫະພູມ 40 ອັນ ເຈວລ້າງມື 11 ແກັດ ແລະ ຜ້າອັດປາກ-ອັດດັງ 22 ແກັດ ມູນຄ່າ 50.000.000 ກີບ

  • ຂ່າວ – ພາບ : ຂັນທະວີ
error: Content is protected !!