ໃນລະຫວ່າງກາງເດືອນເມສາ 2021 ຜ່ານມາ ທາງຄະນະຮັບຜິດຊອບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ນຳໂດຍທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ (ສຊປລ) ທ່ານ ຊົນລະວິດ ວິນິດໄຊ ຜູ້ອໍານວຍການ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ພ້ອມດ້ວຍຄະນະ ໂດຍມີທ່ານ ສອນໄຊ ສອນສາຍແກ້ວ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນ້ຳທາ ພ້ອມຄະນະ ໃຫ້ການຕ້ອນຮັບ ແລະ ນຳພາລົງຕິດຕາມຊາວໜຸ່ມຜູ້ທີ່ໄດ້ຮັບທຶນຂອງໂຄງການ ຄື: ທ້າວ ເພັງ ອິນຈັນຕະເສົາ ບ້ານຜາວີ ແລະ ທ້າວ ບຸນ ພັດນາສອນ ບ້ານນ້ຳແຫງ ເມືອງນາແລ ແຂວງຫຼວງນ້ຳທາ ເຊິ່ງເຄີຍຜ່ານການເຝິກອົບຮົມວິຊາຊ່າງສ້ອມແປງລົດ ຢູ່ສູນເຝິກອົບຮົມວິຊາຊີບຊາວໜຸ່ມ-ດອນ ບອສໂກ ແລະ ໄດ້ຮັບທຶນຈາກໂຄງການໃນປີ 2019 ຜ່ານມາ.

ທ່ານ ວົງພຽນ ບານແປ່ມຕິ ຮອງຫົວໜ້າພະແນກສົ່ງເສີມວິຊາຊີບ ກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ໄດ້ແຈ້ງໃຫ້ຊາບວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມມາແຕ່ 2012 ມາເຖິງປັດຈຸບັນ ມີຊາວໜຸ່ມທີ່ໄດ້ຮັບທຶນຈາກໂຄງການ ທັງໝົດ 49 ຄົນ ລວມມູນຄ່າ 400 ກວ່າລ້ານກີບ ເຊິ່ງເປັນທຶນມູນວຽນຜັດປ່ຽນກັນໄປ ແລະ ທັງສອງໄດ້ຮັບທຶນຈາກໂຄງການໃນປີ 2019 ຜູ້ລະ 10 ລ້ານກີບ ແລະ ມີການສົ່ງຕົ້ນທຶນຄືນໃຫ້ໂຄງການໄປແລ້ວສອງງວດ ຍັງເຫຼືອງວດສຸດທ້າຍຂອງປີນີ້ ທິ່ຈະຕ້ອງສົ່ງຄືນ ເພື່ອສົ່ງຕໍ່ໃຫ້ຊາວໜຸ່ມກຸ່ມເປົ້າໝາຍໃໝ່ ເຊິ່ງເປົ້າໝາຍໃນປີນີ້ ຈຳນວນ 4 ທຶນ ໃນ 4 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ຫຼວງນ້ຳທາ ບໍ່ແກ້ວ ແລະ ແຂວງໄຊຍະບູລີ.

ທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ ກ່າວວ່າ: ດ້ວຍຄວາມເປັນຫວງເປັນໄຍຈາກພັກ-ລັດ ກໍຄື ສຊປລ ແລະ ຄວາມຫວັງດີ ຂອງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ໃນການຊຸກຍູ້ສົ່ງເສີມຊາວໜຸ່ມລາວ ໃຫ້ມີວຽກເຮັດງານທຳ ພັດທະນາຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນ ກໍຄືຊາວໜຸ່ມລາວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສະເພາະ ຊາວໜຸ່ມແຂວງຫຼວງນ້ຳທາພວກເຮົາ ຜ່ານມາ ໄດ້ຮັບທຶນຈາກໂຄງການຈຳນວນ 2 ທຶນ ຄື: ທ້າວ ເພັງ ອິນຈັນຕະເສົາ ບ້ານຜາວີ ແລະ ທ້າວ ບຸນ ພັດນາສອນ ບ້ານນ້ຳແຫງ ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຮັບທຶນໃນການສົ່ງເສີມກິດຈະການສ້ອມແປງລົດຈັກ ຈາກທຶນຮອນດັ່ງກ່າວ ໄດ້ຊ່ວຍພັດທະນາຄຸນນະພາບຊີວິດດີຂຶ້ນ ກາຍເປັນຕົວແບບຂອງຊາວໜຸ່ມ ໃນການສ້າງຢູ່ທຳກິນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.

ໂອກາດນີ້ ທ່ານ ຊົນລະວິດ ວິນິດໄຊ ໄດ້ກ່າວວ່າ: ດີໃຈທີ່ທາງບໍລິສັດໄດ້ມີ ສ່ວນຮ່ວມໃນການພັດທະນາຊາວໜຸ່ມລາວໃຫ້ມີວິຊາອາຊີບສ້າງຢູ່ທຳກິນ ເປັນໂຄງການຮ່ວມມືທີ່ດີຫຼາຍ ແລະ ຍິນດີ ພ້ອມຈະໃຫ້ການສະໜັບສະໜູນໂຄງການດີໆແບບນີ້ສືບຕໍ່ໄປ ແລະ ຖ້າມີເງື່ອນໄຂ ຈະສືບຕໍ່ຂະຫຍາຍໂຄງການດັ່ງກ່າວໃຫ້ກວ້າງຂວາງອອກໄປໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາກຸ່ມຊາວໜຸ່ມຜູ້ທີ່ຍັງຂາດໂອກາດໃນການເຂົ້າເຖິງໂຄງການດັ່ງກ່າວ ໃຫ້ໄດ້ຮັບໂອກາດຈາກທາງໂຄງການນີ້ໃຫ້ຫຼາຍຂຶ້ນ ເພື່ອສືບຕໍ່ພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນ.

- ຂ່າວ – ພາບ : ບຸນມີ