ໂດຍປະຕິບັດຕາມແຈ້ງການຂອງຄະນະສະເພາະກິດໂຄວິດ-19 ເຮັດໃຫ້ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນ ທີ່ຂາຍທຸກຕອນເຊົ້າວັນພຸດ ແລະ ວັນເສົາຢູ່ເດີ່ນສູນການຄ້າລາວ-ໄອເຕັກ ໄດ້ໂຈະການຂາຍຊົ່ວຄາວເລີ່ມແຕ່ອາທິດນີ້ເປັນຕົ້ນໄປ ສ່ວນບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໄດ້ຍ້າຍໄປຂາຍຢູ່ສວນຜັກປອດສານພິດຂອງບໍລິສັດຕົນເອງ ບ້ານໂນນຫວາຍ ເມືອງໄຊເສດຖານະຄອນຫຼວງວຽງຈັນ.

ທ່ານ ນາງ ຂັນທະລີ ແສງສຸລິເດດ ຮອງຜູ້ອຳນວຍການບໍລິສັດແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກຈຳກັດ ໃຫ້ສຳພາດວັນທີ 27 ເມສາ 2021 ໃຫ້ຮູ້ວ່າ: ບໍລິສັດໄດ້ຂາຍພືດຜັກເປັນປະຈຳຢູ່ເດີ່ນສູນການຄ້າລາວ-ໄອເຕັກໃນທຸກຕອນເຊົ້າວັນພຸດ ແລະ ວັນເສົາ ແຕ່ເນື່ອງຈາກປ້ອງກັນພະຍາດໂຄວິດ ທາງການໄດ້ແຈ້ງໃຫ້ໂຈະການຂາຍຊົ່ວຄາວຢູ່ເດີ່ນສູນການຄ້າລາວ-ໄອເຕັກ ເພື່ອໃຫ້ລູກຄ້າໄດ້ບໍລິໂພກພືດຜັກປອດສານພິດຂອງບໍລິສັດ ດັ່ງນັ້ນ ບໍລິສັດໄດ້ຍ້າຍສະຖານທີ່ຂາຍ ໂດຍໄດ້ມາຂາຍຢູ່ເສັ້ນທາງບ້ານໂນນຫວາຍ-ບ້ານເມືອງນ້ອຍ ຕໍ່ໜ້າສວນຜັກໂນນຫວາຍ ເມືອງໄຊເສດຖາຂອງບໍລິສັດ ຈະຂາຍທຸກຕອນເຊົ້າວັນພຸດ ແລະ ວັນເສົາ ເລີ່ມແຕ່ວັນພຸດທີ 28 ເມສາ 2021 ເປັນຕົ້ນໄປ.

ດັ່ງນັ້ນປະຊາຊົນ ກໍຄືລູກຄ້າຢູ່ນະຄອນຫຼວງວຽງຈັນ ຖ້າຕ້ອງການພືດຜັກອິນຊີໄປບໍລິໂພກ ສາມາດມາຊື້ໄດ້ທີ່ຮ້ານຂາຍສວນໂນນຫວາຍ ຫຼື ໂທຫາເບີໂທ 020 52415959.
- .ຂ່າວ – ພາບ : ສົມສະຫວັນ