ໃນວັນທີ 26 ເມສາ 2021 ທີ່ຫ້ອງຂ່າວໂທລະພາບຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຖ່າຍທໍາພາສາມືເພີ່ມເຂົ້າໃນວິດີໂອສໍາລັບການເຝິກອົບຮົມຄູ ແລະ ເປັນຄັ້ງທໍາອິດທີ່ນາຍແປພາສາມືໄດ້ຖືກຖ່າຍທໍາພາສາມືເພີ່ມເຂົ້າໃນວິດີໂອສໍາລັບການເຝິກອົບຮົມຄູ ທັງ 2 ວິດີໂອຫຼ້າສຸດ ທີ່ໄດ້ພັດທະນາຜ່ານມາໂດຍ (ສສກ) ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

ທ່ານ ຈັນທະລາ ພິລົມລະສັກ ຮອງອຳນວຍການສູນການສຶກສາທາງເອເລັກໂຕຣນິກ ໄດ້ກ່າວວ່າ: “ພາຍໄຕ້ແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ ຄັ້ງທີ 9 ກະຊວງ ສສກ ໄດ້ໃຫ້ຄໍາໝັ້ນສັນຍາຈະຫຼຸດຜ່ອນຄວາມແຕກຕ່າງທີ່ເກີດຈາກຄວາມດ້ອຍໂອກາດ ລວມທັງຄວາມພິການ ອີກດ້ານໜຶ່ງ ໃນການຜະລິດຊຸດອຸປະກອນວິດີໂອສຳລັບການພັດທະນາຄູ ກໍເພື່ອເຮັດໃຫ້ຜູ້ທີ່ດ້ອຍໂອກາດ ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ໂດຍສະເພາະ ຜູ້ທີ່ພິການທາງຫູ ພວກເຮົາຖືໂອກາດນີ້ສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານການສ້າງຂີດຄວາມສາມາດໃຫ້ທີມງານຂອງພວກເຮົາໃນການຖ່າຍທຳພາສາມືເພີ່ມເຂົ້າໃນວິດີໂອໃນຄັ້ງນີ້.”

ລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ບີຄວາ (BEQUAL) ໄດ້ຈັດກອງປະຊຸມເຝິກອົບຮົມດ້ານວິຊາການຫຼາຍຄັ້ງ ເລີ່ມແຕ່ເດືອນມັງກອນ 2021 ຜ່ານມາ ກ່ຽວກັບວິທີການຜະລິດວິດີໂອ ແລະ ການນໍາໃຊ້ອຸປະກອນທີ່ຫຼາກຫຼາຍເພື່ອນຳໃຊ້ເຂົ້າໃນການຜະລິດວິດີໂອ ນອກຈາກນີ້ ທ່ານນາງ ບຸນມີ ສຸວັນນະລາດ ຜູ້ຮັບຜິດຊອບໂຄງການຝ່າຍການສຶກສາ ຈາກສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍ ທີ່ໄດ້ເຫັນການຖ່າຍທຳເພີ່ມພາສາມືເຂົ້າໃນວິດີໂອຄັ້ງນີ້ຜ່ານແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ພວກເຮົາເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກີລາ ເພື່ອໃຫ້ເນື້ອໃນຫຼັກສູດ ແລະ ອຸປະກອນການຝຶກອົບຮົມຕ່າງໆສາມາດເຂົ້າເຖິງທຸກຄົນ ລວມທັງຄົນພິການ ພ້ອມທັງຮັບປະກັນໃຫ້ວີດີໂອ ຮູບພາບ ແລະ ຮູບແຕ້ມປະກອບ ມີຄວາມໝາຍຫຼາກຫຼາຍຂຶ້ນຕື່ມ ເພື່ອຊຸກຍູ້ສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນສື່ ແລະ ການຜະລິດຕ່າງໆຂອງກະຊວງສຶກສາທິການ ແລະ ກີລາ.”

ວິດີໂອສຳລັບເຕັກນິກການສອນວິຊາພາສາລາວ ຂັ້ນ ປ2 ໃໝ່ນີ້ ຈະເຜີຍແຜ່ຜ່ານທາງຊ່ອງຍູທູບ ໂດຍຫົວຂໍ້ “ວິດີໂອສຳລັບການພັດທະນາຄູ” ເຊິ່ງໄດ້ຖືກຜະລິດຂຶ້ນແຕ່ເດືອນກັນຍາ 2019 ໄດ້ສໍາເລັດ ແລະ ນໍາໃຊ້ເຂົ້າໃນການເຝິກອົບຮົມແບບໜ້າເຊິ່ງໜ້າ ເຊິ່ງຄູໄດ້ຮັບກ່ອນການຈັດຕັ້ງປະຕິິບັດແຕ່ລະຂັ້ນຮຽນໃໝ່ ປັດຈຸບັນນີ້ ທາງຊ່ອງຍູທູບມີວິດີໂອສໍາລັບການເຝິກອົບຮົມຄູທັງໝົດ 14 ວິດີໂອ ວິດີໂອເຫຼົ່ານີ້ ສະແດງໃຫ້ເຫັນເຕັກນິການສອນໃໝ່ໆທີ່ສຳຄັນ ຄື: “ ວິທີການນຳໃຊ້ເຕັກນິກການອ່ານປຶ້ມເສີມ ” ພ້ອມທັງສະແດງການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ແລະ ສິ່ງທ້າທາຍ ເຊັ່ນ: “ ວິທີສັງເກດການຮຽນ-ການສອນໃນຫ້ອງຮຽນ ” ໄດ້ໂຮມເອົາຫຼາຍຫົວຂໍ້ຕ່າງໆທີ່ສໍາຄັນ ເພື່ອຊ່ວຍໃຫ້ຄູໄດ້ພັດທະນາເຕັກນິກຕ່າງໆຂອງພວກເຂົາ ເຊັ່ນ: ເຕັກນິກການສອນວິຊາພາສາລາວ ແລະ ອຸປະກອນສື່ການຮຽນການສອນອື່ນໆ ຍຸດທະສາດການຄຸ້ມຄອງຫ້ອງຮຽນ ກິດຈະກຳການຮຽນເພື່ອການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຕັກນິກຕ່າງໆ ແລະ ວິທີການປະເມີນນັກຮຽນໃນການຮຽນໃຫ້ມີປະສິດທິພາບ ນອກຈາກນີ້ ຍັງຈະໄດ້ຜະລິດເພີ່ມເຕີມອີກ 8 ວິດີໂອໃນປີນີ້ ແລະ ວິດີໂອເຫຼ່ົານັ້ນ ຈະໄດ້ນຳເອົາພາສາມືເພີ່ມເຂົ້າ ພິເສດ ການຖ່າຍທຳ ພວກເຮົາກໍເນັ້ນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

- ຂ່າວ – ພາບ : ບຸນມີ