ຫຼາຍບໍລິສັດ ໃຫ້ການຊຸກຍູ້ນະຄອນຫຼວງວຽງຈັນ ເພື່ອຕ້ານໂຄວິດ-19

    ໃນ​ວັນ​ທີ 14 ເມ­ສາ 2020 ນີ້ ມີ 3 ບໍ­ລິ­ສັດ​ໃຫຍ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜູນ​ເງິນ­ສົດ​ລວມ​ມູນ​ຄ່າ 75 ລ້ານ​ກີບ ແກ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ປະ­ກອບ­ສ່ວນ​ແກ່​ການ​ປ້ອງ​ກັນ ແລະ ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ​ໂຄ​ວິດ-19 ເຊິ່ງ​ປະ­ກອບ​ດ້ວຍ​ທ່ານ ຄຳ​ຫຼ້າ ນາກ​ຄະ​ວົງ ອຳນວຍການບໍ­ລິ­ສັດ ວຽງ​ຈັນ​ບໍ­ລິ­ຫານ​ຈັດ­ການ​ຂີ້​ເຫຍື້ອ ຈຳ­ກັດ ຈຳ­ນວນ 50.000.000 ກີບ ທ່ານ ພອນ​ປະ­ເສີດ ອິນ​ທະ​ສອນ ປະ­ທານ​ບໍ­ລິ­ສັດ 3SD ຈຳ­ນວນ 20.000.000 ກີບ ແລະ ທ່ານ ບຸນ​ທ່ຽງ ຣັດ​ຕະ​ນະ​ວົງ ປະ­ທານ​ບໍ­ລິ­ສັດ ໄອ​ຈ໊ອບ ອີກ 5.000.000 ກີບ ໂດຍ​ຕາງ­ໜ້າ​ກ່າວ​ຮັບ-ມອບ​ຂອງ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ນະ­ຄອນ­ຫຼວງ​ວຽງ​ຈັນ.

    ໂອ­ກາດ​ນີ້ ທ່ານ ບຸນ​ທອງ ພົມ­ມະ­ຈັນ ໄດ້​ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ທັງ 3 ບໍ­ລິ­ສັດ ທີ່​ໄດ້​ປະ­ກອບ­ສ່ວນ​ເງິນ​ຕ້ານ​ຕໍ່​ການ​ລະ­ບາດ​ໃນ​ຄັ້ງ​ນີ້ ມາ​ມອບ​ໃຫ້​ນະ­ຄອນ­ຫຼວງ ເພື່ອ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19.

    ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ ພອນ​ປະ­ເສີດ ອິນ​ທະ​ສອນ ຍັງ​ໄດ້​ກ່າວ​ວ່າ: ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ຜູ້​ຂາດ­ເຂີນ​ທີ່​ອາ­ໄສ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຢ່າງ​ທົ່ວ​ເຖິງ​ນັ້ນ ໃນ​ຕອນ​ບ່າຍ​ມື້­ນີ້ ທາງ​ບໍ­ລິ­ສັດ​ພວກ​ເຮົາ​ຈະ​ໄດ້​ລວມ​ເອົາ​ພະ­ນັກ­ງານ​ຂອງ​ຕົນ​ຈຳ­ນວນ 80 ກວ່າ​ຄົນ ກັບ​ມາ​ເຮັດ​ວຽກ​ຄືນ ເນື່ອງ​ຈາກ​ໃຫ້​ພັກ​ວຽກ​ຊົ່ວ­ຄາວ ເພື່ອ​ນຳ​ເຄື່ອງ​ບໍ­ລິ­ໂພກ ແລະ ອຸ­ປະ­ໂພກ ເປັນ­ຕົ້ນ ເຂົ້າ­ສານ ໝີ່ ໄຂ່ ປາ­ກະ­ປ໋ອງ ຜ້າ​ອັດ​ປາກ ແລະ ອື່ນໆ ລົງ​ໄປ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ​ຢູ່ 9 ຕົວ​ເມືອງ ນັບ​ແຕ່​ມື້­ອື່ນ​ເປັນ­ຕົ້ນ​ໄປ ສຳ­ລັບ​ການ​ລົງ​ໄປ​ແຈກ​ຢາກ​ເຄື່ອງ​ຊ່ວຍ­ເຫຼືອ​ນັ້ນ ແມ່ນ​ຈະ​ລົງ​ໄປ​ແຈກ​ຢາຍ​ຢູ່​ແຕ່​ລະ​ເມືອງ ແລະ ຈະ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ເກັບ​ກຳ​ລາຍ​ຊື່​ຜູ້​ມາ​ຮັບ ແລະ ຜູ້​ແຈ້ງ​ຈຸດ­ປະ­ສົງ​ມື້​ລົງ​ແຈກ​ຢາຍ​ອີກ​ດ້ວຍ.

error: Content is protected !!