ວັນທີ 26 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອ ຈາກບັນດາບໍລິສັດ ແລະ ພາກ ສ່ວນຕ່າງໆ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 9,6 ລ້ານໂດລາສະຫະລັດ ແລະ 1,75 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຮັບໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ການນໍາຂັ້ນສູງຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 12 ພາກສ່ວນ ຄື:
- ບໍລິສັດພົງຊັບທະວີກໍ່ສ້າງຂົວ-ທາງ ເຄຫາສະຖານ ແລະ ຊົນ ລະປະທານ ຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນ ພະຍາດໂຄວິດ-19 ຈຳນວນ 80.000 ໂດສ ມູນຄ່າ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ
- ບໍລິສັດຈະເລີນ ເຊກອງ ພະລັງງານຈໍາກັດ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈໍານວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ກະຊວງ ສຶກສາທິການ ແລະ ກິລາ ເພື່ອສັກໃຫ້ບັນດາຄູ-ອາຈານໃນຂອບເຂດທົ່ວປະເທດ
- ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈໍາກັດຜູ້ດຽວ ປະກອບສ່ວນຈັດຊື້ວັກຊີນກັນພະຍາດໂຄວິດ-19 ຈໍານວນ 80.000 ໂດສ ມູນຄ່າ 2 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ
- ບໍລິສັດ ເອໄອເອັຟ (AIF) ມອບວັກຊີນ ຈໍານວນ 60.000 ໂດສ ມູນຄ່າ 1,5 ລ້ານໂດລາສະຫະລັດ
- ບໍລິສັດ PT Sole LTD ມອບເງິນຊ່ວຍເຫຼືອຈໍານວນ 1,5 ລ້ານໂດລາສະຫະລັດ
- ກຸ່ມບໍລິສັດພອນສັກ ປະກອບສ່ວນຈັດຊື້ວັກຊີນກັນພະຍາດ ໂຄວິດ-19 ຈໍານວນ 20.000 ໂດສ ມູນຄ່າ 5 ແສນໂດລາສະຫະລັດ ໃຫ້ບັນດາຄູ-ອາຈານ ໃນຂອບເຂດທົ່ວປະເທດ
- ລັດວິສາຫະກິດໄຟຟ້າລາວ ມອບຜ້າອັດປາກ-ດັງ ຈຳນວນ 50.000 ກ່ອງ ມູນຄ່າ 1,3 ຕື້ກີບ
- ບໍລິສັດ ລ້ານຊ້າງມິເນໂຣນສ໌ ລິມິເຕັດ ບໍ່ຄຳເຊໂປນ ມອບເງິນສົດຈໍານວນ 1 ແສນໂດລາສະຫະລັດ
- ສະມາຄົມນັກທຸລະກິດຍິງ ມອບເງິນສົດ ແລະ ອຸປະກອນຮັບໃຊ້ທາງການແພດ ຈໍານວນ 190 ລ້ານກວ່າກີບ
- ບໍລິສັດລາວ ວີໄອພີ ພັດທະນາການລົງທຶນ ຈໍາກັດຜູ້ດຽວ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ
- ບໍລິສັດຈະເລີນຊັບ ຍິ່ງຈະເລີນ ມອບເງິນຊ່ວຍເຫຼືອຈໍານວນ 100 ລ້ານກີບ
- ສະມາຄົມມິດຕະພາບ ລາວ-ຈີນ ມອບຕຽງ ພ້ອມໝອນ ມູນຄ່າ 66 ລ້ານກວ່າກີບ.

ການຊ່ວຍເຫຼືອຈາກບັນດາບໍລິສັດ ແລະ ພາກສ່ວນຕ່າງໆໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມທີ່ປະເທດຂອງພວກເຮົາພວມປະເຊີນໜ້າກັັບການລະບາດຂອງພະຍາດໂຄວິດ-19 ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄປດ້ວຍດີ.

ໃນໂອກາດດັ່ງກ່າວນີ້ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດ ແລະ ພາກສ່ວນຕ່າງໆ ທີ່ໃຫ້ການຊ່ວຍເຫຼືອ ແລະ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດລົງ ແລະ ສັນຍາວ່າຈະນໍາໃຊ້ການຊ່ວຍເຫຼືອໃນຄັ້ງນີ້ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໄປພ້ອມ ກັບການຈັດສັນງົບປະມານຂອງລັດເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ຊຶ່ງກໍລະນີບຸກຄົນ ຫຼືພາກສ່ວນໃດ ຫາກມີຈຸດ ປະສົງໃນການປະກອບສ່ວນຊ່ວຍເຫຼືອຕື່ມ ລັດຖະບານແມ່ນຍິນດີຮັບ.

ນອກນັ້ນ ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງມາຍັງທຸກ ພາກສ່ວນໃນສັງຄົມ ໃຫ້ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນຮ່ວມກັບລັດຖະບານ ໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ລວມທັງຊ່ວຍຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກ ງານຕົວຈິງ ເພື່ອໃຫ້ການແຜ່ລະບາດຫຼຸດລົງ..

# ຂ່າວ & ພາບ: ໄຊບັນດິດ