ເພື່ອປະຕິບັດຕາມຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການ ແລະ ສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ກໍຄືຄໍາສັ່ງແຈ້ງການຂອງນະຄອນຫຼວງວຽງຈັນ ແລະ ເມືອງວາງອອກຢ່າງເຂັ້ມງວດ ເພື່ອປະຕິບັດມາດຕະການປ້ອງກັນດັ່ງກ່າວນີ້ ອຳນາດການປົກຄອງບ້ານບໍ່ນາງົວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຕຳຫຼວດກຸ່ມບ້ານ ຕັ້ງຈຸດດ່ານກວດກາການເດີນທາງເຂົ້າ-ອອກບ້ານຢ່າງເຂັ້ມງວດ ມາແຕ່ວັນທີ 22 ເມສາ 2021 ໂດຍພໍ່ແມ່ປະຊາຊົນພາຍໃນບ້ານ ຖ້າບໍ່ມີວຽກຈໍາເປັນ ແມ່ນໃຫ້ພ້ອມກັນຢູ່ເຮືອນ ທັງນີ້ກໍເພື່ອເປັນການຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປໃນເຂດຊຸມຊົນຕ່າງໆໃນນະຄອນຫຼວງວຽງຈັນ.

ໃນໂອກາດດຽວກັນນີ້ ກໍໄດ້ປະຊາຊົນພາຍໃນບ້ານຈຳນວນໜຶ່ງ ໄດ້ນຳວັດຖຸປັດໃຈຈຳນວນໜຶ່ງມາປະກອບສ່ວນຊ່ວຍເຫຼືອແກ່ອ້າຍນ້ອງກອງຫຼອນບ້ານ ແລະ ຕຳຫຼວດກຸ່ມບ້ານ ເພື່ອເປັນກຳລັງໃຈໃນການ ປະຕິບັດໜ້າທີ່ວຽກງານໃນຄັ້ງນີ້ ໂດຍກ່າວຮັບ ແລະ ກ່າວຄຳຂອບໃຈຂອງທ່ານ ພູທອນ ອີນຕະວົງ ເລຂາພັກບ້ານ ນາຍບ້ານບໍ່ນາງົວ.


# ຂ່າວ & ພາບ: ຊິລິການດາ