ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ທີ່ມີຈໍານວນເພີ່ມຂຶ້ນໃນແຕ່ລະມື້ ແລະ ເພື່ອເປັນການປະຕິບັດຕາມຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການ ແລະ ສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ກໍຄືຄໍາສັ່ງແຈ້ງການຂອງນະຄອນຫຼວງວຽງຈັນ ແລະ ເມືອງວາງອອກຢ່າງເຂັ້ມງວດ ໃນການປະຕິບັດມາດຕະການປ້ອງກັນ ເພື່ອໃຫ້ທຸກຄົນໄດ້ເອົາໃຈໃສ່ປະຕິບັດຢ່າງເຂັມງວດ ເມືອງໄຊເສດຖາ ໄດ້ຕັ້ງຈຸດດ່ານກວດກາການເດີນທາງເຂົ້າ-ອອກຂອງພໍ່ແມ່ປະຊາຊົນ ໂດຍຖ້າບໍ່ຈໍາເປັນແທ້ໆ ແມ່ນໃຫ້ພ້ອມກັນຢູ່ເຮືອນ ເຊິ່ງປະກອບມີ 7 ຈຸດຄື:

ຈຸດ ທີ 1 ຢູ່ສາມແຍກບ້ານນາໄຊ
ຈຸດທີ 2 ຢູ່ບ້ານຊຽງດາ
ຈຸດທີ 3 ບ້ານໂຊກ
ຈຸດທີ 4 ບ້ານໜອງໜຽງ
ຈຸດທີ 5 ບ້ານຈອມມະນີ
ຈຸດທີ 6 ບ້ານໜອງບອນ
ຈຸດທີ 7 ບ້ານນາຄວາຍ
ໂດຍແຕ່ລະຈຸດປະກອບກ້ອນກໍາລັງບໍ່ໃຫ້ຫຼຸດ 15 ຄົນ ໃນນີ້ປະກອບມີ ກໍາລັງ ປກສ ກຸ່ມກໍາລັງ ປກສ-ປກຊ ບ້ານ ແລະ ຕໍາຫຼວດຈໍລະຈອນເມືອງໄຊເສດຖາ.

ສະເພາະຈຸດສາມແຍກບ້ານນາໄຊ ທ່ານ ພັນໂທ ຄໍາຈັນ ດວງສົມພອນ ຮອງຫົວໜ້າກຸ່ມ 3 ສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວັນທີ 26 ເມສາ 2021 ວ່າ: ການຈັດຕັ້ງກວດຄົນໄປມາຢູ່ຈຸດ 3 ແຍກບ້ານນາໄຊ ພວກເຮົາໄດ້ແບ່ງເປັນ 3 ຈຸ ເວນຍາມ ເຊິ່ງໄດ້ຜັດປ່ຽນກັນແຕ່ລະມື້ ເຊິ່ງການຕັ້ງຈຸດນີ້ ໄດ້ມີການກວດກາເບິ່ງຈຸດປະສົງຂອງການເດີນທາງເປັນແຕ່ລະກໍລະນີ ພ້ອມທັງເຜີຍແຜ່ຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການ ຄໍາສັ່ງ ແລະ ຄໍາແນະນໍາຂອງຄະນະສະເພາະກິດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ໃນກໍລະນີທີ່ມີຄວາມຈໍາເປັນ ແມ່ນໄດ້ແນະນໍາໃຫ້ກັບໄປຢູ່ເຮືອນ ພ້ອມນັ້ນ ໃນການປະຕິບັດໜ້າທີ່ຂອງອ້າຍນ້ອງຢູ່ຈຸດນີ້ ໄດ້ມີບຸກຄົນທີ່ໄດ້ເຫັນຄວາມສໍາຄັນໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ເພິ່ນກໍໄດ້ມາຊຸກຍູ້ປະເພດນໍ້າດື່ມ ໝີ່ໄວໆ ເຈວລ້າງມື ແລະ ອາຫານປະເພດອື່ນໆຕື່ມອີກ..

# ຂ່າວ & ພາບ: ຂັນທະວີ